ຫຼາຍກິດຈະກໍາທີ່ມີຄວາມໝາຍໃນງານບຸນສື່ມວນຊົນທົ່ວປະເທດ ປີ 2023
    
    
    
        
            
ກປ.ອອນໄລ - ວັນທີ 10 ມີນາ, ທີ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ຈັດກອງປະຊຸມຂ່າວ ແນະນໍາກ່ຽວກັບງານບຸນສື່ມວນຊົນທົ່ວປະເທດ ປີ 2023.
        
        
        
            
	
		
			|     | 
		
			|  | 
		
			| ທ່ານ ຫງວຽນດຶກເລິ້ຍ ຮອງປະທານຜູ້ປະຈໍາການສະມາຄົມນັກຂ່າວຫວຽດ ນາມ, ຫົວໜ້າຄະນະຈັດຕັ້ງງານບຸນສື່ມວນຊົນທົ່ວປະເທດ ປີ 2023 ກ່າວຄໍາ ເຫັນທີ່ກອງປະຊຸມຂ່າວ. ພາບ: ຮວ່າງຮວ່າງ. | 
	
	ດ້ວຍຫົວຂໍ້ “ສາມັກຄີ-ເປັນມືອາຊີບ-ວັດທະນະທໍາ-ປະດິດຄິດສ້າງ”, ງານບຸນສື່ມວນຊົນທົ່ວປະເທດ ປີ 2023 ໂດຍສະມາຄົມນັກຂ່າວຫວຽດນາມ ແລະຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ເປັນເຈົ້າພາບ, ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະສື່ສານ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງແຕ່ວັນທີ 17-19 ມີນາ 2023 ທີ່ຫໍພິພິ ທະພັນ ຮ່າໂນ້ຍ (ຖະໜົນ ຟ້າມຮຸ່ງ, ເມືອງ ນາມຕືລຽມ).
	ໃນຂອບເຂດງານບຸນສື່ມວນຊົນທົ່ວປະເທດ ປີ 2023 ຈະມີຫຼາຍການເຄື່ອນໄຫວທີ່ເປັນໜ້າເອົາໃຈໃສ່ ຄື: ການໂອ້ລົມສົນທະນາ  “ວັດທະນະທໍາສື່ມວນຊົນ” ໂດຍສະມາຄົມນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຈັດຕັ້ງ; ການໂອ້ລົມສົນທະນາ  “ລາງວັນ A ສື່ມວນຊົນລະດັບຊາດ ພົບພໍ້ກັນ”; ກອງປະຊຸມສໍາມະນາ “AI ແລະການບໍລິຫານປະດິດສ້າງເນື້ອໃນຢູ່ສໍານັກງານ ໜັງສືພິມ”; ພິທີປຸກລະດົມການເຂົ້າຮ່ວມຊີງລາງວັນສື່ມວນຊົນໂຄສະນາກ່ຽວກັບການນໍາໃຊ້ພະລັງງານຢ່າງປະຢັດ ແລະມີປະສິດທິຜົນ ປີ 2023; ການໂອ້ລົມສົນທະນາ “ຊາວໜຸ່ມປະດິດສ້າງ, ເປັນເຈົ້າການໃນກິດຈະການຫັນເປັນດີຈີຕອນ”...
	ໂດຍ: ໄຊຊະນະ