leftcenterrightdel
ທີ່ງານບຸນ, ຊາວປູກກາເຟ ດັກລັກ ຈະໄດ້ຮັບການເຊີດຊູ. ພາບ: baochinhphu.vn

ງານບຸນປີນີ້ດໍາເນີນໃນລະຫວ່າງວັນທີ 10-14 ມີນາ ດ້ວຍຫົວຂໍ້ “ບວນມາທວດ-ສະຖານທີ່ນັດພົບຂອງກາເຟໂລກ” ດ້ວຍຂອບຂະໜາດໃຫຍ່ກວ່າເມື່ອທຽບໃສ່ຄັ້ງກ່ອນ, ຮູບການສະແດງຕາມທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ, ດ້ວຍຮູບການທັນສະໄໝ. ງານບຸນມີ 18 ກິດຈະກຳທາງການ ແລະບາງກິດຈະກຳຂອງທ້ອງຖິ່ນຕ່າງໆ. ຄຽງຂ້າງກິດຈະກຳເປີດງານບຸນ, ປິດງານບຸນ, ງານບຸນຕາມທ້ອງຖະໜົມ.. ງານບຸນຄັ້ງນີ້ຍັງມີບາງກິດຈະກຳໃໝ່, ຄື: ການປະກວດສ້າງວິດີໂອແນະນໍາກ່ຽວກັບກາເຟບວນມາທວດ ດ້ວຍຫົວຂໍ້ “ເລື່ອງລາວກ່ຽວກັບກາເຟບວນມາທວດ”, ລາຍການສະແດງຂັບກອນ “ຄວາມມຸ່ງຫວັງ ດາມຊານ”, ງານບຸນແສງສະຫວ່າງ, ງານວາງສະແດງຮູບພາບກ່ຽວກັບກາເຟ...

ໂດຍ: ໄຊນີດາ