leftcenterrightdel
ເວັບໄຊ Wion. ພາບ: baovanhoa.vn

ໃນຊຸມມື້ບຸນເຕັດຂອງຫວຽດນາມ, ມີໜັງສືພິມສາກົນຫຼາຍສະບັບໄດ້ມີຄວາມສົນໃຈຕໍ່ການດຳລົງຊີວິດທາງດ້ານເສດຖະກິດ, ວັດທະນະທຳຂອງຊາວຫວຽດນາມ ຜ່ານບັນຍາກາດຕ້ອນຮັບບຸນເຕັດ.

ເວັບໄຊ Wion ມີສຳນັກງານຕັ້ງຢູ່ ອິນເດຍ ມີບົດຂຽນ “ບຸນປີໃໝ່ປະຈຳຊາດ 2023: ຕົ້ນກຳເນີດ, ມູນເຊື້ອ ແລະບັນດາສິ່ງທີ່ຄວນຮູ້”, ອະທິບາຍກ່ຽວກັບບຸນປີໃໝ່ປະຈຳຊາດຢູ່ຫວຽດນາມ. ຕາມບົດຂຽນແລ້ວ, ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ແມ່ນໂອກາດເພື່ອຈັດງານບຸນທີ່ເປັນມູນເຊື້ອຕ່າງໆ ແລະຜູກພັນບັນດາສະມາຊິກໃນຄອບຄົວ.

ສ່ວນໜັງສືພິມລາຍວັນ ຮວາໜາມ (ຈີນ) ແລະ ໜັງສືພິມ Jakarta (ອິນໂດເນເຊຍ) ໄດ້ລົງບົດຂຽນອະທິບາຍເຫດຜົນກ່ຽວກັບເລື່ອງຊາວຫວຽດນາມ ຕ້ອນຮັບບຸນເຕັດປີແມວ ຫາກບໍ່ແມ່ນປີເຖາະ ຄືບາງປະເທດອື່ນຢູ່ອາຊີ. ຕາມໜັງສືພິມລາຍວັນ ຮວາໜາມ ອະທິບາຍວ່າ ໂຕແມວແມ່ນສັດທີ່ຂັດກັບໜູ ແລະກໍ່ແມ່ນສັດ ເຊິ່ງ ຊາວຫວຽດນາມ ລ້ຽງຫຼາຍທົ່ວໄປ. ສ່ວນໃນໜັງສືພິມ Jakarta ໃຫ້ຂໍ້ສັງເກດວ່າ, ປີແມວ ຈະນຳມາເຊິ່ງຄວາມໂຊກດີຫຼາຍຢ່າງ.

ເວັບໄຊ Sortira Paris (sortiraparis.com) ຂອງ ຝລັ່ງ ກໍ່ໃຫ້ຮູ້ວ່າ ບຸນປີໃໝ່ປະຈຳຊາດ ໄດ້ຮັກສາຜ່ານຫຼາຍລຸ້ນຄົນຂອງຊາວຫວຽດນາມ. ບົດຂຽນກໍ່ແນະນຳບາງສະຖານທີ່ຕ້ອນຮັບບຸນເຕັດຢູ່ ປາຣີ ໃຫ້ແກ່ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນທີ່ຢາກຊອກຮູ້ກ່ຽວກັບວັດທະນະທຳຂອງຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn