leftcenterrightdel
ຜູ້ແທນຕັດແຖບຜ້າເປີດງານເທດສະການດອກໄມ້ລະດູບານໃໝ່ ນະຄອນໂຮ່ຈີມິນ ປີເຖາະ 2023. ພາບ: qdnd.vn
leftcenterrightdel
ປະຊາຊົນ, ແຂກທ່ອງທ່ຽວຢ້ຽມຊົມງານເທດສະການດອກໄມ້ລະດູບານໃໝ່ນະຄອນໂຮ່ຈີມິນ. ພາບ: qdnd.vn

ງານເທດສະການດອກໄມ້ ລະດູບານໃໝ່ ຈະດໍາເນີນໄປຮອດວັນທີ 27 ມັງກອນ 2023 ດ້ວຍບັນດາສະຖານທີ່ທີ່ມີສີສັນພື້ນເມືອງ ພ້ອມກັບບັນດາຜະລິດຕະພັນສິລະປະພິເສດ. ປະຊາຊົນ ແລະແຂກທ່ອງທ່ຽວ ຈະໄດ້ຮັບຊົມດອກເໝີຍສີີເຫຼືອງ, ດອກໄມ້ອາກາດເຂດອຸ່ນດ້ວຍ 200 ກວ່າຊະນິດ, ດອກກ້ວຍໄມ້ປ່າຫວຽດນາມ, ດອກໄມ້ ແລະປາປະດັບປະເພດຕ່າງໆ... ຈຸດພົ້ນເດັ່ນຂອງງານເທດສະການດອກໄມ້ລະດູບານໃໝ່ປີນີ້ຍັງວາງສະແດງຜະລິດຕະພັນແກ້ສະຫຼັກ “ກຶວລອງ ແຈງເຈົາ” 3 ຊຸດທີ່ເຮັດດ້ວຍເຫງົ້າໄມ້ແຫ້ງ, ໃນນັ້ນມີຜະລິດຕະພັນໜຶ່ງທີ່ອົງການສະຖິຕິຫວຽດນາມ ຮັບຮອງ.

ໂດຍ: ໄຊຊະນະ