ທີ່ກອງປະຊຸມປຶກສາຫາລືລະດັບຊາດກ່ຽວກັບການເພີ່ມທະວີການຕີລາຄາຜົນກະທົບເຖິງມໍລະດົກ ຢູ່ລາວ ທີ່ຫາກໍ່ດຳເນີນຢູ່ນະຄອນຫຼວງວຽງຈັນ, ສະຫາຍ ພະຂັນໄຊ ສີຂັນໄຊ, ຫົວໜ້າກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໃຫ້ຮູ້ວ່າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະອະນຸລັກຮັກສາວັດທະນະທຳ, ປະຫວັດສາດ ແລະທຳມະຊາດໄດ້ຮັບປະກັນແບບຍືນຍົງ ແລະເໝາະສົມກັບເງື່ອນໄຂພັດທະນາຂອງເສດຖະກິດ-ສັງຄົມຂອງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ສຸມໃສ່ປັບປຸງ ແລະເພີ່ມເຕີມກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ເຊິ່ງໄດ້ຮັບຮອງເອົາເມື່ອທ້າຍປີ 2021 ຢ່າງເປັນທາງການ.

leftcenterrightdel
ນະຄອນມໍລະດົກຫຼວງພະບາງຂອງລາວ ແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວ. ພາບ: ຈິ້ງຢູງ.

ລະອຽດ, ກົດໝາຍສະບັບໃໝ່ນີ້ ມີບັນດາຂໍ້ກຳນົດໃໝ່ທີ່ກ່ຽວຂ້ອງເຖິງການຕີລາຄາຜົນກະທົບເຖິງມໍລະດົກວັດທະນະທຳ, ປະຫວັດສາດ ແລະທຳມະຊາດແຫ່ງຊາດ. ຕາມນັ້ນແລ້ວ, ທຸກໂຄງການ ຫຼື ບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ຄືການພັດທະນາອຸດສາຫະກຳ, ກະສິກຳ, ພື້ນຖານໂຄງລ່າງ ເຊິ່ງຄາດວ່າຈະສົ່ງຜົນກະທົບໂດຍກົງ ຫຼື ໂດຍທາງອ້ອມເຖິງບັນດາມໍລະດົກວັດທະນະທຳ, ປະຫວັດສາດ ແລະທຳມະຊາດແຫ່ງຊາດ ລ້ວນແຕ່ຕ້ອງຕີລາຄາຜົນກະທົບເຖິງມໍລະດົກນັ້ນ, ພ້ອມທັງສ້າງບົດລາຍງານ ແລະແຜນການກ່ຽວກັບມາດຕະການຄຸ້ມຄອງ, ຕິດຕາມ ແລະກວດກາ.

ໂດຍ: ແສງເດືອນ