leftcenterrightdel
ສະຫາຍ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມ ໄດ້ຈັດຂຶ້ນແນໃສ່ຊາບຊຶມມະຕິສະບັບເລກທີ 71-NQ/TU ລົງວັນທີ 28 ກັນຍາ 2022 ຂອງຄະນະບໍລິຫານງານອົງຄະນະພັກແຂວງບັກນິງ ຊຸດທີ XX “ກ່ຽວກັບການສ້າງ ແລະພັດທະນາວັດທະນະທໍາ, ຄົນບັກນິງ ຮອດປີ 2030 ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມວັດທະນະທໍາແຂວງບັກນິງ ປີ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ມະຕິ ໄດ້ວາງອອກ 5 ທັດສະນະຊີ້ນໍາ, 5 ເປົ້າໝາຍລວມ, ດ້ວຍ 9 ກຸ່ມໜ້າທີ່, ມາດຕະການ ແນໃສ່ສ້າງ ແລະພັດທະນາວັດທະນະທໍາ, ຄົນບັກນິງ ຢ່າງຮອບດ້ານ, ມຸ່ງໄປເຖິງສັດຈະທຳ-ສຸດຈະຫຼິດ-ຄວາມງາມ,  ເຊື່ອມຊຶມຈິດໃຈຊາດ, ສີສັນບ້ານເມືອງ; ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ປະຊາຊົນ; ອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກວັດທະນະທໍາຢ່າງມີປະສິດທິຜົນ, ສ້າງຜະລິດຕະພັນທາງດ້ານວັດທະນະທໍາ, ຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບສູງ, ເຂັ້ມຂຸ້ນໄປດ້ວຍສີສັນ ບັກນິງ-ກິງບັກ, ສອດຄ່ອງກັບທ່າອ່ຽງຍຸກສະໄໝ.

ໂດຍ: ໄຊຊະນະ