ບັນດາການເຄື່ອນໄຫວດ້ວຍຫົວຂໍ້ “ຄວາມປະທັບໃຈພາກຕາເວັນຕົກ” ໄດ້ດຳເນີນໃນຕະຫຼອດໄລຍະເດືອນ ຕຸລາ 2022 ຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເພື່ອແນໃສ່ແນະນຳບັນຍາກາດວັດທະນະທຳ, ການທ່ອງທ່ຽວພາກຕາເວັນຕົກ, ບັນດາຈຸດວັດທະນະທຳ, ຮີດຄອງປະເພີນີຂອງພໍ່ແມ່ປະຊາຊົນ ເຜົ່າຂະແມພາກໃຕ້ ແລະ ເຜົ່ານຸ່ງ.

leftcenterrightdel
ພາບປະກອບ: baodantoc.vn

ໃນນັ້ນຕ້ອງເວົ້າເຖິງການເຄື່ອນໄຫວວາດພາດເຖິງພິທີ Ok - Om – Bok (ພິທີໄຫວ້ພະຈັນ) ຂອງພໍ່ແມ່ປະຊາຊົນເຜົ່າຂະແມ ຢູ່ແຂວງ ຈ່າວິງ. ນີ້ແມ່ນວັນບຸນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າຂະແມທີ່ໄດ້ຈັດຕັ້ງທຸກປີ. ຄະນະຈັດຕັ້ງກໍ່ໄດ້ສະຫງວນບັນຍາກາດແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຂະແມ ພາກໃຕ້ ຜ່ານການວາງສະແດງພາບຖ່າຍບັນດາພິທີທີ່ໄດ້ຈັດຕັ້ງຢູ່ວັດ ຂະແມຢູ່ໝູ່ບ້ານ, ອາຫານການກິນຊົນເຜົ່າ ແລະ ເຂົ້າໝົມທີ່ເປັນມູນເຊື້ອຊະນິດຕ່າງໆ.

ໃນໂອກາດທ້າຍອາທິດ, ຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວບັນດາເຜົ່າຫວຽດນາມ ກໍ່ວາດພາບພິທີກວາດເຮືອນພາວະນາຂໍຄວາມສະຫງົບສຸກຂອງພໍ່ແມ່ປະຊາຊົນເຜົ່ານຸ່ງ. ພ້ອມກັນນັ້ນແມ່ນລາຍການຟ້ອນລຳທຳເພງ ພົບປະແລກປ່ຽນສະແດງພິມຕິງ, ຂັບແທນ, ຂັບ ສລີ...ຂອງບັນດາເຜົ່າໄຕ, ເຜົ່ານຸ່ງຢູ່ແຂວງທ໊າຍງວຽນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ