leftcenterrightdel
ງານວາງສະແດງສະແຕມໄປສະນີແຫ່ງຊາດ ມີຊຸດສະແຕມທີ່ມີຄຸນນະພາບສູງ. ພາບ:ຮ່າເຟືອງ.

ມີ 506 ຂອບທີ່ວາງສະແດງຢູ່ທີ່ນີ້ລ້ວນແຕ່ໄດ້ຮັບການຕີລາຄາວ່າແມ່ນເອກະສານອັນລໍ້າຄ່າ, ແມ່ນກິດຈະກຳທີ່ມີລັກສະນະປະດິດສ້າງ, ສຸດອົກສຸດໃຈຂອງນັກສະສົມສະແຕມ. ຄະນະຈັດຕັ້ງໄດ້ຄັດເລືອກ ແລະມອບ 4 ລາງວັນຄຳໃຫ້: ນັກສະສົມສະແຕມ ຫງວຽນຮວ່າຍແທັງ (ສະມາຄົມສະແຕມເກິ່ນເທີ) ດ້ວຍຊຸດສະແຕມ “ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ໃຫ້ແກ່ການປະຕິວັດຫວຽດນາມ”; ນັກສະສົມສະແຕມ ລືວວັນເລືອງ (ສະມາຄົມສະແຕມຮ່າໂນ້ຍ) ດ້ວຍຊຸດສະແຕມ “ນຳໃຊ້ສະແຕມສາວບາ ໄຊ່ງ່ອນ ໃນຈົດໝາຍ ແລະຜະລິດຕະພັນໄປສະນີອິນດູຈີນ-ຫວຽດນາມ”; ນັກສະສົມສະແຕມ ໂງຫວ໊ຽດວິ໋ງ (ສະມາຄົມສະແຕມນະຄອນໂຮ່ຈີມິນ) ດ້ວຍຊຸດ “ບັນດາອົງການໄປສະນີຫວຽດນາມ ສ້າງຕັ້ງແຕ່ປີ 1861-1900” ແລະນັກສະສົມສະແຕມ ຫງວຽນທິບິກງອັກ (ສະມາຄົມສະແຕມແຂວງແຄ໊ງຮວ່າ) ດ້ວຍຊຸດສະແຕມ “ດ່າລາດ-ນະຄອນດອກໄມ້ ແລະຄວາມຮັກ”.

ໂດຍ: ເຈິ່ນຮວ່ຽນ