leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂ Festival ເຫວ້ 2022. ພາບ: qdnd.vn

ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະໃນພິທີໄຂໄດ້ວາດພາບກ່ຽວກັບກຸງເກົ່າເຫວ້ ດ້ວຍປະຫວັດສາດທີ່ເປັນມູນເຊື້ອ, ພ້ອມທັງເຊີດຊູ “ນະຄອນສີຂຽວ” ພັດທະນາແບບຍືນຍົງ, ສະແດງໃຫ້ເຫັນຄວາມຫວັງກ່ຽວກັບເຫວ້ - ນະຄອນ Festival ຂອງອາຊີ, ພ້ອມກັບປະເທດຫວຽດນາມ ແຜ່ແສງສະຫວ່າງຕ້ອນຮັບອະນາຄົດ.

ທີ່ພິທີໄຂຍັງມີລາຍການສະແດງສິລະປະຫຼາຍຢ່າງ, ສະແດງໃຫ້ເຫັນຈຸດຄວາມງາມສ່ວນຕົວຂອງນະຄອນເຫວ້ ແລະການເຊື່ອມໂຍງ, ພັດທະນາ. ນອກຈາກນັ້ນ, ທີ່ພິທີໄຂສັບປະດາ Festival ເຫວ້ 2022 ຍັງມີລາຍການສະແດງຊຸດເສື້ອຍາວ, ຍິງບັ້ງໄຟດອກ ໄດ້ນໍາເອົາຄວາມຮູ້ສຶກປະທັບໃຈຍາກທີ່ຈະຫຼົງລືມໄດ້ມາໃຫ້ຜູ້ຊົມ.

ສັບປະດາ Festival ເຫວ້ 2022 ດໍາເນີນໃນລະຫວ່າງວັນທີ 25-30 ມິຖຸນາ ດ້ວຍ 40 ລາຍການ, ເຫດການຕ່າງໆ.

ໂດຍ: ທູຈາງ