ທ່ານພົນຕີ ຈ້ິງວັນກວຽດ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ແລະທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ ມາເຂົ້າຮ່ວມ ແລະຕັດແຖບຜ້າໄຂງານວາງສະແດງ.

leftcenterrightdel
ພິທີຕັດແຖບຜ້າໄຂງານວາງສະແດງ. ພາບ: ເຟືອງລິງ.

ດ້ວຍສອງຫົວຂໍ້: “ນ້ຳໃຈສາມັກຄີ, ສະໜິດຕິດພັນ” ແລະ “ການຮ່ວມມືພ້ອມກັນພັດທະນາ”, ງານວາງສະແດງ, ແນະນໍາຮູບພາບ, ເອກກະສານ, ວັດຖຸພັນກວ່າ 200 ຢ່າງທີ່ສ່ອງແສງເຖິງນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ກຳປູເຈຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືການສືບທອດ, ປ່ຽນແປງໃໝ່ໃນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນທຸກຂົງເຂດ, ໃນນ້ັນມີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງແມ່ນໜຶ່ງໃນບັນດາຂົງເຂດພົວພັນຮ່ວມມືທີ່ເປັນເສົາຄ້ຳໃນໄລຍະເຊື່ອມໂຍງສາກົນໃນປະຈຸບັນ. ບັນດາຮູບພາບ, ວັດຖຸພັນ, ເອກະສານທີ່ໄດ້ແນະນຳຢູ່ງານວາງສະແດງແມ່ນບັນດາເອກະສານລ້ຳຄ່າທີ່ໄດ້ວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ໃນນັ້ນມີບັນດາວັດຖຸພັນຫາກໍ່ເກັບມ້ຽນຮັກສາ, ໄດ້ແນະນຳເປັນຄັ້ງທຳອິດ.

leftcenterrightdel
ພົນຕີ ຈິ້ງວັນກວຽດ, ທ່ານເອກອັກຄະລັດຖະທູດ Chay Navuth ພ້ອມກັບຜູ້ແທນເຂົ້າຮ່ວມງານວາງສະແດງ. ພາບ: ເຟືອງລິງ.

ງານວາງສະແດງໄດ້ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ວັນທີ 22 ມິຖຸນາ ຫາວັນທີ 4 ກໍລະກົດ ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ເຮືອນເລກທີ 28A ດ້ຽນບຽນຝູ, ບາດິ່ງ, ຮ່າໂນ້ຍ.

ໂດຍ: ຄຳສີ