leftcenterrightdel
ກອງປະຊຸມສຳມະນາ ດຶງດູດການເຂົ້າຮ່ວມຂອງນັກວິທະຍາສາດ ແລະນັກຄົ້ນຄວ້າ. ພາບ: qdnd.vn

ບັນດາບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາລ້ວນແຕ່ຢືນຢັນວ່າ ໃນຫຼາຍປີຜ່ານມາ, ສື່ມວນຊົນໄດ້ກາຍເປັນຂົວເຊື່ອມຕໍ່ນໍາຄຸນຄ່າມໍລະດົກວັດທະນະທຳແຜ່ຂະຫຍາຍເຖິງມະຫາຊົນເປັນຈໍານວນຫຼວງຫຼາຍ. ຄຽງຂ້າງນັ້ນ, ສື່ມວນຊົນກໍ່ໄດ້ຕັກເຕືອນ ແລະຕໍ່ສູ້ກັບປະກົດການຫຍໍ້ທໍ້ຢ່າງທັນການ, ພ້ອມທັງໂຄສະນາໃຫ້ວົງຄະນະຍາດຮ່ວມແຮງຮ່ວມໃຈປົກປັກຮັກສາມໍລະດົກ. ບັນດາຜູ້ແທນສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາອົງການຄຸ້ມຄອງລັດ ແລະຂະແໜງວັດທະນະທຳ ຄວນຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານໂຄສະນາເຜີຍແຜ່ມໍລະດົກວັດທະນະທຳ; ຈັດຕັ້ງການໄປທັດສະນະສຶກສາຢູ່ເຂດຮ່ອງຮອຍ ແລະມໍລະດົກ ເພື່ອໃຫ້ສື່ມວນຊົນມີຂໍ້ມູນຫຼາຍຕື່ມອີກ ກໍ່ຄືຍົກສູງຄວາມຮູ້ໃນການໂຄສະນາເຜີຍແຜ່ກ່ຽວກັບມໍລະດົກວັດທະນະທຳ.

ໂດຍ: ທະນາພອນ