leftcenterrightdel
ນັກກະວີ ຫງວຽນກວາງທ່ຽວ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: ຮວ່າງຮວ່າງ.

ຕາມນັ້ນແລ້ວ, ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 18-19 ມິຖຸນາ ຢູ່ນະຄອນດ່ານັ້ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 138 ຄົນ. ໃນຂອບເຂດກອງປະຊຸມຈະມີບາງການເຄື່ອນໄຫວເປັນໜ້າເອົາໃຈໃສ່, ຄື: ການໂອ້ລົມສົນທະນາ “ວັນນະຄະດີດ້ວຍພາລະກິດຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດ”; ສອງກອງປະຊຸມສໍາມະນາກະວີ ແລະຄຳຮ້ອຍແກ້ວສຸມໃສ່ປຶກສາຫາລືກ່ຽວກັບທ່າທີ ແລະຄວາມຮັບຜິດຊອບ, ມະໂນທຳຂອງນັກຂຽນຕໍ່ຊີວິດ ແລະສັງຄົມ, ຕອບຄຳຖາມ “ເປັນຫຍັງພວກເຮົາຈຶ່ງຂຽນ?”; ນັກວັນນະຄະດີໜຸ່ມໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ຄູອາຈານ ແລະນັກຮຽນໂຮງຮຽນຄວາມຫວັງ-ໂຮງຮຽນຂອງກຸ່ມບໍລິສັດ FPT ດູແລ ແລະສອນເດັກກຳພ້າພາຍຫຼັງພະຍາດໂຄວິດ-19...

ໂດຍ: ເຈິ່ນຮວ່ຽນ