ເປົ້າໝາຍແມ່ນແນໃສ່ຊຸກຍູ້ການຮ່ຳຮຽນ ແລະຄົ້ນຄວ້າພາສາຫວຽດ ຢູ່ລັດເຊຍ, ເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ, ຊຸກຍູ້ການເຄື່ອນໄຫວວັດທະນະທຳ, ການສຶກສາລະຫວ່າງສອງປະເທດ ແລະໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື້ອໃນສຳຄັນທີ່ສຸດຂອງ “ວັນບຸນພາສາຫວຽດ” ຢູ່ລັດເຊຍ ແມ່ນການໂອ້ລົມສົນທະນາ “ພາສາຫວຽດໃນການພົບປະແລກປ່ຽນ, ການຮ່ວມມືຫວຽດນາມ-ລັດເຊຍ” ເຊື່ອມຕໍ່ຫຼາຍທາງທັງຢູ່ລັດເຊຍ ແລະຫວຽດນາມ. ຄະນະຈັດຕັ້ງໄດ້ຮັບບົດລາຍງານທັງໝົດ 19 ບົດ, ໃນນັ້ນ 12 ບົດໄດ້ນຳສະເໜີຢູ່ການໂອ້ລົມສົນທະນາ. ບັນດາບົດລາຍງານໄດ້ເຕື້ອງເຖິງຫຼາຍດ້ານຂອງການສອນພາສາຫວຽດຢູ່ລັດເຊຍ, ຄື: ປະຫວັດສາດແຫ່ງການກໍ່ສ້າງ ແລະພັດທະນາຂະແໜງພາສາຫວຽດຢູ່ລັດເຊຍ; ວຽກງານໜູນຊ່ວຍການຮຽນ-ການສອນພາສາຫວຽດໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ; ການເຄື່ອນໄຫວສອນພາສາຫວຽດໃຫ້ນັກສຶກສາລັດເຊຍ ຢູ່ຫວຽດນາມ; ບົດຮຽນໃນການສອນພາສາຫວຽດໃຫ້ນັກສຶກສາລັດເຊຍ; ບັນຫາດຶງດູດນັກສຶກສາຮຽນພາສາຫວຽດຢູ່ມະຫາວິທະຍາໄລລັດເຊຍ...

ໂດຍ: ເຈິ່ນຮວ່ຽນ