leftcenterrightdel
ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງ ຢູ່ສະມາຄົມວິຈິດສິນນະຄອນ ໂຮ່ຈີມິນ. ພາບ: ມິງຮຽບ.

ງານວາງສະແດງ ລວມມີ 29 ຜະລິດຕະພັນ ເຊິ່ງແມ່ນພາບແຕ້ມ, ພາບຄວັດສະຫຼັກນູນ, ພາບແຕ້ມໂຕໜັງສືຈີນ ທີ່ພົ້ນເດັ່ນ, ໃນນັ້ນມີບັນດາຜະລິດຕະພັນ ຍາດໄດ້ຮັບລາງວັນປະດິດແຕ່ງ, ໂຄສະນາຜະລິດຕະພັນ “ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານ ໂຮ່ຈີມິນ” ໄລຍະ 2021-2022.

ຜ່ານງານວາງສະແດງ, ສະມາຄົມວິຈິດສິນນະຄອນ ໂຮ່ຈີມິນ ປາດຖະໜາຢາກຢັ້ງຢືນຄວາມຮັບຜິດຊອບ, ອາລົມຈິດຂອງນັກສິລະປິນໃນການປະກອບສ່ວນສ້າງສະພາບແວດລ້ອມວັດທະນະທໍາ ໂຮ່ຈີມິນ ຢູ່ນະຄອນ, ແຜ່ຂະຫຍາຍການຮໍ່າຮຽນ ແລະປະຕິບັດຕາມລຸງໂຮ່ ເຖິງໝູ່ມະຫາຊົນ ທີ່ນິຍົມສິລະປະ ແລະປະຊາຊົນ.

ໂດຍ: ໄຊຊະນະ