leftcenterrightdel
ເປີດນໍາໃຊ້ໂຄງການຊາວໜຸ່ມ “ຍົກລະດັບ ແລະບູລະນະປະຕິສັງຂອນໂຮງຮຽນອະນຸບານ ແລະ ປະຖົມ ເຊີນຮ່າ”, ເມືອງກົກມີ່ (ບາດຊ໊າດ, ລາວກາຍ). ພາບ: ລີງຟານ

ໂດຍປະຕິບັດນະໂຍບາຍເບິ່ງແຍງດູແລບຸນເຕັດຢ່າງແທດຈິງໃຫ້ປະຊາຊົນຢູ່ເຂດຊາຍແດນ, ສູນກາງຊາວໜຸ່ມ, ຄະນະຊາວໜຸ່ມກຸ່ມວິສາຫະກິດສູນກາງ ໄດ້ຈັດຕັ້ງລາຍການ "ລະດູບານໃໝ່ຢູ່ເຂດຊາຍແດນ - ບຸນເຕັດຢູ່ເຂດ ທະເລ ໝູ່ເກາະ" ປີຂານ 2022 ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ໜູນຊ່ວຍປະຊາຊົນ, ຊາວໜຸ່ມ ແລະເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງລາວກາຍ, ດ້ວຍມູນຄ່າທັງໝົດກວ່າ 1,6 ຕື້ດົ່ງ. ຜ່ານນັ້ນ, ໂຄສະນາ ແລະ ສຶກສາອົບຮົມຍົກສູງຄວາມຮູ້ໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະເຍົາວະຊົນກ່ຽວກັບຄວາມສຳຄັນຂອງຊາຍແດນ, ທະເລ ແລະ ໝູ່ເກາະ, ເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ ແລະນ້ຳໃຈຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນຂອງໄວໜຸ່ມ, ພິເສດແມ່ນກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະໝູ່ເກາະ, ປະກອບສ່ວນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນຊີວິດສັງຄົມ.

ໂດຍ: ທະນາພອນ