leftcenterrightdel
ບັນຍາກາດທີ່ງານບຸນເຕັດຫວຽດ ປີ 2022. ພາບ: qdnd.vn

ງານບຸນເຕັດຫວຽດ ປີ 2022 ແມ່ນງານບຸນທຳອິດໃນທົ່ວປະເທດທີ່ໄດ້ຈັດຂຶ້ນໂດຍກົງ ແລະທາງອອນລາຍ. ນອກຈາກສານລະຫຼິ້ນໃນລະດູບານໃໝ່ຢ່າງປອດໄພແລ້ວ, ງານບຸນຍັງມີລາຍການສະແດງສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງທ່ານໝໍ, ພະນັກງານການແພດ, ຖັນແຖວທ່ານໝໍ,... ທີ່ຢູ່ດ່ານໜ້າໃນການປ້ອງກັນ, ຕ້ານໂລກລະບາດໃນໄລຍະຜ່ານມາ.

ປີນີ້, ຖະໜົນດອກເໝີຍຂອງງານບຸນເຕັດຫວຽດນາມ ໄດ້ຮັບການປະດັບປະດາດ້ວຍຂະໜາດໃຫຍ່ກວ່າ ເຊິ່ງມີຕົ້ນດອກເໝີຍໃຫຍ່ປະມານ 120 ຕົ້ນ ຢູ່ລຽບຕາມແຄມຖະໜົນຟ້າມງອັກແທກ ແລະ ເຂດຫໍວັດທະນະທຳຊາວໜຸ່ມ (ເມືອງ 1)... ຫຼາຍຮູບຈຳລອງຕະຫຼາດນ້ຳຢູ່ເຂດແມ່ນ້ຳທາງທິດຕາເວັນຕົກ, ໝູ່ບ້ານຫັດຖະກຳພື້ນເມືອງ... ໄດ້ມີບັນດານັກສິລະປິນຈາກ ບິ່ງດິ້ງ ແລະ ບາກລຽວ ປະດິດຂຶ້ນເພື່ອຫວນຄືນບຸນເຕັດແບບດັ້ງເດີມໃນເມື່ອກ່ອນ.

ໂດຍ: ທະນາພອນ