leftcenterrightdel
ເຂດກຸ່ມ Expo 2020 Dubai.  ພາບ: ຄະນະຈັດຕັ້ງ.

ຄະນະຈັດຕັ້ງຈະເລືອກເອົາຮູບເງົາແຕ່ 5-7 ເລື່ອງ, ຮູບເງົາເພື່ອບັນຍາຍເປັນພາສາອັງກິດ ແລະພາສາຊາອຸດິອາຣາເບຍ ເພື່ອສົ່ງໄປປະເມີນຜົນຢູ່ UAE. ມາດຖານຄັດເລືອກຮູບເງົາເພື່ອສາຍແມ່ນຮູບເງົາທີ່ພົ້ນເດັ່ນ, ເຕັມໄປດ້ວຍລັກສະນະມະນຸດຊາດຂອງຮູບເງົາຫວຽດນາມ, ໄດ້ຮັບການຜະລິດໃນ 5 ປີມໍ່ໆມານີ້. ສັບປະດາເພື່ອແນະນໍາໃຫ້ມະຫາຊົນສາກົນຮູບເງົາທີ່ພົ້ນເດັ່ນຂອງຮູບເງົາປະເທດເຮົາ; ໂຄສະນາກ່ຽວກັບພື້ນຖານອຸດສາຫະກໍາຮູບເງົາຫວຽດນາມ ທັນສະໄໝ ແລະເຕັມໄປດ້ວຍສີສັນຊາດ; ແນະນໍາຮູບພາບປະເທດຊາດ, ມະນຸດ, ທິວທັດທໍາມະຊາດຫວຽດນາມ ດ້ວຍວັດທະນະທໍາທີ່ມີຫຼາຍຮູບຫຼາຍແບບ, ສ້າງຄວາມດຶງດູດ, ຮັກຫອມສັນຕິພາບ, ມີສະຖຽນລະພາບດ້ວຍນະໂຍບາຍເປີດເຜີຍ, ສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດ; ສ້າງກາລະໂອກາດພົບປະ, ເຈລະຈາ, ພົບປະແລກປ່ຽນລະຫວ່າງນັກສິລະປິນ, ນັກຜະລິດຮູບເງົາກັບຜູ້ຊົມ...

ໂດຍ: ເກື່ອງດັ້ງ