ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ດ້ວຍເປົ້າໝາຍປົກປ້ອງຊີວິດ ແລະຮັກສາສຸຂະພາບຂອງປະຊາຊົນແມ່ນຕ້ອງມາກ່ອນ, ກ່ອນອື່ນໝົດ, ພັກ ແລະລັດ ໄດ້ຕັດສິນໃຈດ້ວຍທຸກມາດຕະການ, ລະດົມທຸກແຫຼ່ງກຳລັງພ້ອມກັບການຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ແລະວິສາຫະກິດ, ການສະໜັບສະໜູນຢ່າງຕັ້ງໜ້າຂອງພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ແລະເພື່ອນມິດສາກົນ. ມາຮອດປັດຈຸບັນ, ສາມາດເວົ້າໄດ້ວ່າ ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມເທື່ອລະກ້າວ. ໃນການສູ້ຮົບທີ່ຄັບຂັນ ແລະເຕັມໄປດ້ວຍສິ່ງທ້າທາຍນີ້ພວກເຮົາເຫັນໄດ້ກໍາລັງແຮງຂອງຄວາມຮັກແພງກັນ, ຄວາມສາມັກຄີ, ການເຊື່ອມຕໍ່, ການແບ່ງປັນ... ແລະກໍາລັງແຮງພາຍໃນເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນແຕ່ລະຄົນ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດຜ່ານຜ່າພະຍາດໂຄວິດ-19.

leftcenterrightdel
ນັກສິລະປິນເຂົ້າຮ່ວມງານດົນຕີ. ພາບ: dantri.com.vn.

ທ່ານນາຍົກລັດຖະມົນຕີ ຕີລາຄາສູງຂໍ້ລິເລີ່ມ ແລະຄວາມມານະພະຍາຍາມຂອງອົງການວິທະຍາສາດ ແລະນັກຊ່ຽວຊານຫວຽດນາມ ໃນທົ່ວໂລກ, ກອງທຶນຈິ້ງກົງເຊີນ ແລະຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ທີ່ໄດ້ຈັດງານດົນຕີທາງອອນລາຍ ແລະສົ່ງຄໍາອວຍພອນ, ຄໍາຂອບໃຈມາຍັງບັນດາອົງການ, ຫົວໜ່ວຍ, ນັກສິລະປິນທີ່ເຂົ້າຮ່ວມລາຍການ.  ຜ່ານງານດົນຕີທີ່ມີຄວາມໝາຍນີ້, ຈິດໃຈທົ່ວປວງຊົນທັງຊາດຫວຽດນາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາໄດ້ສືບຕໍ່ແຜ່ຂະຫຍາຍ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ມູນເຊື້ອສາມັກຄີ, ພູມປັນຍາ ແລະຈິດໃຈເມດຕາກະລຸນາຂອງຊາວຫວຽດນາມ ທຸກຄົນໃນທົ່ວໂລກຈະໂຮມເຂົ້າກັນ ແລະແຜ່ຂະຫຍາຍ, ໂດຍສະເພາະແມ່ນໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດຂອງປະເທດ, ສິ່ງດັ່ງກ່າວໄດ້ເປັນຢາ, ເປັນກໍາລັງໜູນສໍາຄັນ ເພື່ອໃຫ້ພວກເຮົາເອົາຊະນະໃນທຸກໆສະພາບຫຍຸ້ງຍາກ ແລະພິເສດແມ່ນພະຍາດໂຄວິດ-19.

ໂດຍ: ກວຽດເຕິມ