leftcenterrightdel
ການນໍານະຄອນໂຮ່ຈີມິນ ແລະຜູ້ແທນຢ້ຽມຊົມງານວາງວະແດງ. ພາບ: ຮົ່ງຢາງ.

ວັນທີ 5 ມິຖຸນາ, ສະເຫຼີມສະຫຼອງ 110 ປີ ແຫ່ງວັນລຸງໂຮ່ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ (5-6-1911 / 5-6-2021),  ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ, ພະແນກວັດທະນະທຳ ແລະກິລານະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນທ່າກໍາປັ່ນໄຊງ່ອນ ແລະຫໍພິພິທະພັນໂຮ່ຈີມິນ-ສາຂານະຄອນໂຮ່ຈີມິນ ຮ່ວມກັນຈັດງານວາງສະແດງ “ຫງວຽນເຕິດແທ່ງ - ໂຮ່ຈີມິນ: ຈາກທ່າກໍາປັ່ນຍ່າຣົ່ງ ເຖິງສະໜາມຫຼວງບາດິ່ງ ປະຫວັດສາດ”.

leftcenterrightdel
ງານວາງສະແດງໄດ້ດຳເນີນຮອດທ້າຍເດືອນ ມິຖຸນາ 2021 ຢູ່ຫໍພິພິທະພັນໂຮ່ຈີມິນ - ສາຂານະຄອນໂຮ່ຈີມິນ. ພາບ: ຮົ່ງຢາງ

ງານວາງສະແດງໄດ້ແນະນຳຮູບພາບ, ເອກະສານເກືອບ 250 ຢ່າງລວມມີ: “ຫງວຽນເຕິດແທ່ງ-ຫງວຽນອ໊າຍກວ໊ກ: ໄລຍະ 30 ປີແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດ (1911-1941)”,“ ຜູ້ນຳຫງວຽນອ໊າຍກວ໊ກ-ໂຮ່ຈີມິນ” ນຳພາປະຊາຊົນຫວຽດນາມ ຍາດເອົາເອກະລາດແຫ່ງຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ (1941-1969)", "ສືບທອດ ແລະສືບຕໍ່ເສີມຂະຫຍາຍຄຸນຄ່າມໍລະດົກໂຮ່ຈິມິນ (ແຕ່ປີ 1969 ມາຮອດປະຈຸບັນ)". ງານວາງສະແດງໄດ້ດຳເນີນຮອດທ້າຍເດືອນ ມິຖຸນາ 2021 ຢູ່ຫໍພິພິທະພັນໂຮ່ຈີມິນ - ສາຂານະຄອນໂຮ່ຈີມິນ (ເມືອງ 4, ນະຄອນໂຮ່ຈີມິນ).

ໂດຍ: ທະນາພອນ