leftcenterrightdel
ມະຫາຊົນສາມາດຢ້ຽມຊົມການວາງສະແດງ 3D ໃນເວັບໄຊຫໍພິພິທະພັນປະຫວັດສາດແຫ່ງຊາດ. ພາບ: ເຈົາຊວຽນ.

ຕາມສະມາຄົມຫໍພິພິຕະພັນສາກົນ (ICOM) ແລ້ວ, ການຄັດເລືອກຫົວຂໍ້ດັ່ງກ່າວ ເພື່ອສົ່ງເສີມບັນດາຫໍພິພິທະພັນ, ເຂດປູສະນີຍະສະຖານວັດທະນະທຳເພີ່ມທະວີການຮ່ວມມື, ແບ່ງປັນປະສົບການ ແລະວິທີການໃໝ່ ເພື່ອແນະນຳໃຫ້ມະຫາຊົນ; ສະເໜີມາດຕະການແກ້ໄຂ, ຮູບແບບເຄືຶ່ອນໄຫວ ແລະການຮ່ວມມືໃໝ່ຂອງບັນດາລະບອບລະບຽບການວັດທະນະທຳ, ຫໍພິພິທະພັນ, ໃຫ້ເໝາະສົມກັບເງື່ອນໄຂພັດທະນາເສດຖະກິດ-ສັງຄົມ. ມຸ່ງໄປເຖິງກິດຈະກຳດັ່ງກ່າວ, ກົມມໍລະດົກວັດທະນະທຳ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ໄດ້ຜັນຂະຫຍາຍກິດຈະກຳຕ່າງໆເຖິງລະບົບຫໍພິພິທະພັນຫວຽດນາມ ໃຫ້ສອດຄ່ອງກັບສະພາບການປ້ອງກັນ, ຕ້ານໂລກລະບາດ, ໃນນັ້ນ ICOM ແນະນຳຫໍພິພິທະພັນຕ່າງໆຊຸກຍູ້ການປະດິດສ້າງ ແລະເສີມຂະຫຍາຍຄຸນຄ່າວັດຖຸພັນສະສົມຜ່ານການຂຸດຄົ້ນທ່າແຮງຂອງພາຫະນະສື່ມວນຊົນ, ສື່ສັງຄົມເປັນຢ່າງດີ, ຄື: ຫັນວິທີການແນະນຳວັດຖຸພັນທາງອອນໄລເປັນຫຼາຍຮູບຫຼາຍແບບ; ສ້າງເນື້ອໃນໃຫ້ເວັບໄຊຂອງຫໍພິພິທະພັນ; ແນະນໍາຮູບພາບທີ່ສວຍງາມກ່ຽວກັບວັດຖຸພັນ ຫລືວັດຖຸພັນສະສົມພິເສດ; ສ້າງໂຄງການແນະນຳມໍລະດົກວັດທະນະທຳທາງໂທລະພາບ, ໂຄງການສຶກສາທາງອອນໄລທີ່ເໝາະສົມກັບເກນອາຍຸ.

ໂດຍ: ທະນາພອນ