leftcenterrightdel
ພິທີໄຂສັບປະດາສິນຄ້າຫວຽດນາມ ຢູ່ນະຄອນຮ່າໂນ້ຍ 2021. ພາບ: congthuong.vn.

ເຫດການນີ້ມີການເຂົ້າຮ່ວມຂອງ 15 ທ້ອງຖິ່ນ, ດ້ວຍຂອບຂະໜາດມີຮ້ານວາງຂາຍຜະລິດຕະພັນຫຼາຍກວ່າ 100 ຮ້ານທີ່ເປັນປະເພດຜະລິດຕະພັນເຄື່ອງໃຊ້ສອຍ, ຜະລິດຕະພັນອຸດສາຫະກຳ, ຜະລິດຕະພັນຂອງໝູ່ບ້ານອາຊີບ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ຜະລິດຕະພັນ OCOP… ສັບປະດາສິນຄ້າຫວຽດນາມ ຢູ່ນະຄອນຮ່າໂນ້ຍ ປີ 2021 ຄັ້ງທີ 2 ນີ້ຖືກດຳເນີນແຕ່ວັນທີ 23 ເມສາຫາວັນທີ 28 ເມສາຈິ່ງອັດລົງ. ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ຈະສືບຕໍ່ຈັດຕັ້ງສັບປະດາສິນຄ້າຫວຽດນາມ ດ້ວຍຂອບຂະໜາດໃຫຍ່, ໜ້ອຍທີ່ແຕກຕ່າງກັນເພື່ອຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກ.

ແຫຼ່ງຄັດຈາກ: vovworld.vn