leftcenterrightdel
ງານບຸນເກີເຣີ ຂອງຊົນເຜົ່າຂະມຸ (ເມືອງເຕືອງເຢືອງ, ແຂວງເງະອານ) ໄດ້ວາດພາບຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: ຮົ່ງຮ່າ.

ນັບແຕ່ປີ 2008, ນາຍົກລັດຖະມົນຕີ ໄດ້ຕົກລົງຖືເອົາວັນທີ 19 ເມສາ ຂອງແຕ່ລະປີແມ່ນ “ວັນວັດທະນະທໍາບັນດາເຜົ່າຫວຽດນາມ”. “ວັນວັດທະນະທໍາບັນດາເຜົ່າຫວຽດນາມ ປີ 2021” ຄາດວ່າຈະຈັດຕັ້ງແຕ່ວັນທີ 16 ຮອດວັນທີ 21 ເມສາ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນເຕິຍ, ຮ່າໂນ້ຍ) ລວມມີກິດຈະກໍາຕ່າງໆ, ຄື: ລາຍການສະແດງສິລະປະຂໍ່ານັບຮັບຕ້ອນ; ການສະແດງວັດທະນະທໍານາມມະທໍາປະເພດຕ່າງໆຂອງຫວຽດນາມ ເຊິ່ງ UNESCO ໄດ້ຮັບຮອງເອົາ; ກອງປະຊຸມສະຫຼູບ 5 ປີແຫ່ງການຈັດຕັ້ງການເຄື່ອນໄຫວກິດຈະກໍາຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ; ການວາດພາບງານບຸນ, ຮີດຄອງປະເພນີຂອງຊົນເຜົ່າຕ່າງໆ... ແຜນການຈັດຕັ້ງວັນບຸນໄດ້ຈັດຂຶ້ນຖືກກັບຂະໜາດ, ສະຫງ່າຜ່າເຜີຍ, ປະຢັດ, ປອດໄພ, ດຶງດູດແຂກທ່ອງທ່ຽວ ແລະຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດ.

ໂດຍ: ດັ້ງເກື່ອງ