leftcenterrightdel
ພາບປະກອບຈາກ: vinaculto.vn.

ບັນດາກິດຈະກຳມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າເກືອບ 100 ຄົນທີ່ມາຈາກ 12 ແຂວງ, ນະຄອນໃນທົ່ວປະເທດ. ບັນດາລາຍການສະແດງສິລະປະຈະດຳເນີນຢ່າງຕໍ່ເນື່ອງ, ຄື: ລາຍການ “ສຽງເພງຍ້ອງຍໍທະເລ”, ລາຍການພົບປະແລກປ່ຽນ “ສຽງເພງລະດູດອກສ້ຽວປ່າ”. ໃນຊຸມວັນທ້າຍອາທິດ, ມີບັນດາລາຍການສະແດງສິລະປະ, ງານພົບປະແລກປ່ຽນ “ເດືອນມີນາທີ່ເຂດໄຕງວຽນ”, ການລະຫຼິ້ນພື້ນເມືອງ, ອາຫານພື້ນເມືອງຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ຄະນະຄຸ້ມຄອງໄດ້ດຳເນີນການພົ່ນຢາຂ້າເຊື້ອໃຫ້ໝູ່ບ້ານ; ພ້ອມທັງແນະນຳພໍ່ແມ່ປະຊາຊົນທີ່ອາໄສຢູ່ໃນບ້ານ ແລະນັກທ່ອງທ່ຽວປະຕິບັດບັນດາມາດຕະການປ້ອງກັນ ແລະຕ້ານພະຍາດຢ່າງເຂັ້ມງວດ.

ໂດຍ: ທະນາພອນ