ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ: ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນສະໄໝຕ່າງໆຖືເປັນສຳຄັນໃນການກໍ່ສ້າງວັດທະນະທຳ, ຊາວຮ່າໂນ້ຍ; ຢັ້ງຢືນບົດບາດຂອງສູນອະນຸລັກຮັກສາມໍລະດົກທັງລອງຮ່າໂນ້ຍ, ຄຸນຄ່າຂອງມໍລະດົກພະລາດຊະວັງທັງລອງ, ເຂດປູຊະນີຍະສະຖານໂກ໋ລວາ, ທ່ານ  ເວືອງດິ່ງເຫວ້ ສະເໜີຕ້ອງຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍໂຄງການຕ່າງໆເພື່ອພັດທະນາບັນດາຄຸນຄ່າວັດທະນະທຳນະຄອນໃນຊຸມປີຈະມາເຖິງ ໃຫ້ສົມກັບຂອບຂະໜາດ, ຄຸນຄ່າຂອງບັນດາມໍລະດົກຢູ່ໃນບໍລິເວນ; ພິເສດ, ມຸ່ງໄປເຖິງການກໍ່ສ້າງພະລາດຊະວັງທັງລອງໃຫ້ເປັນສວນສາທາລະນະມໍລະດົກ.

leftcenterrightdel
ທ່ານ ເວືອງດິ່ງເຫວ້, ກຳມະການກົມການເມືຶອງ, ເລຂາພັກນະຄອນຮ່າໂນ້ຍ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ຕ໊ວນເຊິນ.

ເພື່ອເສີມຂະຫຍາຍຄຸນຄ່າມໍລະດົກພະລາດຊະວັງທັງລອງ, ສູນອະນຸລັກຮັກສາມໍລະດົກທັງລອງຮ່າໂນ້ຍ ໄດ້ລົງທຶນ ແລະກະກຽມລົງທຶນໃຫ້ 5 ໂຄງການ... ທີ່ການເຮັດວຽກ, ບັນດານັກຊ່ຽວຊານ, ນັກວິທະຍາສາດ, ອົງການຄຸ້ມຄອງວັດທະນະທຳ... ໄດ້ປຶກສາຫາລື, ສະເໜີຫຼາຍວິທີ, ມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນການຜັນຂະຫຍາຍ, ປະຕິບັດບັນດາໂຄງການອະນຸລັກຮັກສາພະລາດຊະວັງທັງລອງ ແລະເຂດປູຊະນີຍະສະຖານໂກ໋ລວາ. ບັນດາຜູ້ແທນກໍ່ເຫັນດີເປັນເອກະພາບສູງຕໍ່ຄຳເຫັນຂອງທ່ານ ເວືອງດິ່ງເຫວ້, ພິເສດແມ່ນວິໄສທັດມຸ່ງໄປເຖິງການກໍ່ສ້າງເຂດປູຊະນີຍະສະຖານພະລາດຊະວັງທັງລອງ ໃຫ້ເປັນສວນສາທາລະນະມໍລະດົກຂອງນະຄອນ, ທັງອະນຸລັກຮັກສາ, ທັງເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ການທ່ອງທ່ຽວ.

ໂດຍ: ແສງເດືອນ