leftcenterrightdel
ພະນັກງານ, ນັກຮົບກໍາລັງປະກອບອາວຸດນະຄອນໂຮ່ຈີມິນ ຢ້ຽມຊົມງານວາງສະແດງ. ພາບ: ຮົ່ງຢາງ.

ງານວາງສະແດງແມ່ນເພື່ອແນໃສ່ສ້າງບັນຍາກາດຄຶກຄື້ນມ່ວນຊື່ນ, ພາກພູມໃຈ, ຕອບສະໜອງຄວາມຕ້ອງການລະຫຼິ້ນບັນເທິງຂອງປະຊາຊົນນະຄອນ ແລະນັກທ່ອງທ່ຽວໃນໂອກາດບຸນປີໃໝ່ປະຈໍາຊາດ 2021. ຕາມນັ້ນແລ້ວ, ຢູ່ສວນສາທາລະນະລາມເຊີນ ໄດ້ວາງສະແດງຮູບພາບ 100 ແຜ່ນ. ເນື້ອໃນຂອງງານວາງສະແດງໄດ້ແນະນໍາກ່ຽວກັບການກໍາເນີດຂອງພັກກອມມູນິດຫວຽດນາມ, ບົດບາດນໍາພາຂອງພັກກອມມູນິດຫວຽດນາມ ຕໍ່ພາລະກິດການປະຕິວັດຂອງຊາດ ແລະກອງປະຊຸມໃຫຍ່ ຄັ້ງຕ່າງໆຂອງພັກ... ສ່ວນຢູ່ຖະໜົນດົ່ງເຂີ໋ຍ (ເມືອງ 1) ກໍ່ໄດ້ວາງສະແດງຮູບພາບຫຼາຍກວ່າ 120 ແຜ່ນ ດ້ວຍຫົວຂໍ້ “ນະຄອນໂຮ່ຈີມິນ ຂໍ່ານັບຮັບຕ້ອນປີໃໝ່ 2021” ແລະ“ນະຄອນໃນຍາມລະດູບານໃໝ່”. ງານວາງສະແດງຈະດໍາເນີນໄປຮອດວັນທີ 28 ກຸມພາ ຈຶ່ງອັດລົງ.

ໂດຍ: ທູຈາງ