leftcenterrightdel
ນັກສິລະປິນ, ແຂກທ່ອງທ່ຽວຢ້ຽມຊົມງານບຸນເປັນຈໍານວນຫຼວງຫຼາຍ. ພາບ: ຮ໊ຽວເລ. 

ງານບຸນໄດ້ສ້າງສະຖານທີ່ຈັບອົກຈັບໃຈເພື່ອໃຫ້ແຂກທ່ອງທ່ຽວ ແລະປະຊາຊົນທ່ຽວຊົມ, ຄື: ຖະໜົນດອກເໝີຍກວ່າ 100 ຕົ້ນ, ຖະໜົນໝູ່ບ້ານອາຊີບ... ໃນຂອບເຂດງານບຸນໄດ້ດໍາເນີນລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ສະແດງຟ້ອນສິງໂຕ ພ້ອມກັບການລະຫຼິ້ນພື້ນເມືອງໃນຊຸມວັນບຸນເຕັດນໍາມາເຊິ່ງບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ.

ຄຽງຂ້າງນັ້ນ, ລາຍການເບິ່ງແຍງດູແລບຸນເຕັດ, ການເຄື່ອນໄຫວອາສາສະໝັກກໍ່ຈະຈັດຂຶ້ນ, ຄື: ການຫໍ່ເຂົ້າຕົ້ມມອບໃຫ້ເດັກນ້ອຍດ້ອຍໂອກາດ, ລາຍການນັກສິລະປິນກັບຮ້ານຂາຍເຄື່ອງສ້າງກອງທຶນຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດ. ງານບຸນຈະດໍາເນີນເຖິງວັນທີ 16 ກຸມພາ 2021.

ໂດຍ: ໄຊຊະນະ