ທ່ານ ບຸ່ຍວັນແມ້ງ ຫົວໜ້າພະແນກທ່ອງທ່ຽວແຂວງນິງບິ່ງ ໃຫ້ຮູ້ວ່າ ແຂວງນິງບິ່ງໄດ້ກະກຽມທຸກເງື່ອນໄຂຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ເປັນຢ່າງດີ. ພ້ອມທັງຂົນຂວາຍບັນດາວິສາຫະກິດທີ່ດໍາເນີນທຸລະກິດກ່ຽວກັບການທ່ອງທ່ຽວຕັ້ງໜ້າຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວ, ເພີ່ມທະວີການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການ. ດ້ານອື່ນ, ພະແນກທ່ອງທ່ຽວແຂວງນິງບິ່ງ ສືບຕໍ່ເລັ່ງລັດ, ກວດກາ, ຕິດຕາມຫົວໜ່ວຍທີ່ດໍາເນີນທຸລະກິດກ່ຽວກັບການທ່ອງທ່ຽວຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ອະນາໄມສິ່ງແວດລ້ອມ, ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຄະນະແຂກທ່ອງທ່ຽວທໍາອິດໃນປີ 2021 ຢ້ຽມຢາມທັດສະນີຍະພາບຈ່າງອານ. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ແຂວງນິງບິ່ງ ໄດ້ຂຶ້ນແຜນການຈັດຕັ້ງສັບປະດາທ່ອງທ່ຽວນິງບິ່ງ 2021; ສ້າງເຂດທ່ອງທ່ຽວຕາມກົ໊ກ-ບິ໊ກດົ້ງກາຍເປັນຈຸດພົ້ນເດັ່ນກ່ຽວກັບຄວາມສີວິໄລ, ວັດທະນະທໍາ ແລະປອດໄພ;  ເຂົ້າຮ່ວມການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ຕາມງານຕະຫຼາດນັດ, ກອງປະຊຸມສໍາມະນາການທ່ອງທ່ຽວສາກົນຢູ່ພາຍໃນ ແລະຕ່າງປະເທດ, ພິເສດແມ່ນໃນເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2021-ຮວາລື, ນິງບິ່ງ.

ໂດຍ: ເຈິ່ນຮວ່ຽນ