leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງຫົວເລື່ອງສະເພາະ “90 ປີ - ຄັນທຸງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ”. ພາບ: ແຄ໊ງຮວ່ຽນ.

ດ້ວຍເອກະສານ, ວັດຖຸພັນ, ຮູບພາບກວ່າ 250 ຢ່າງ, ງານວາງສະແດງໄດ້ແນະນໍາເຖິງມະຫາຊົນກ່ຽວກັບບົດບາດ, ພາລະກໍາປະຫວັດສາດກໍ່ຄືບັນດາໝາກຜົນໃນການເຕົ້າໂຮມ ແລະເສີມຂະຫຍາຍກໍາລັງແຮງກຸ່ມກ້ອນມະຫາສາມັກຄີທ່ົວປວງຊົນທັງຊາດຂອງແນວໂຮມປະເທດຊາດຫວຽດນາມ. ພ້ອມທັງປະກອບສ່ວນໂຄສະນາ, ສຶກສາອົບຮົມມູນເຊື້ອສາມັກຄີຂອງຊາດ, ລະດົມກໍາລັງໃຈປະຊາຊົນຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີໄຊ, ນໍາຫວຽດນາມ ກາຍເປັນປະເທດອຸດສາຫະກໍາໂດຍພື້ນຖານ ຕາມທິດທັນສະໄໝໃນໄລຍະເຊື່ອມໂຍງ ແລະພັດທະນາໂດຍໄວ.

leftcenterrightdel
ບັນດາຮູບພາບ ແລະວັດຖຸພັນ ທີ່ງານວາງສະແດງຫົວເລື່ອງສະເພາະ. ພາບ: ແຄ໊ງຮວ່ຽນ.

ງານວາງສະແດງຫົວເລື່ອງສະເພາະລວມມີບັນດາເນື້ອໃນ: ປະທານໂຮ່ຈີມິນ - ຜູ້ທີ່ເສີມສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຄວາມສາມັກຄີທົ່ວປວງຊົນທັງຊາດຕໍ່ສູ້ຍາດເອົາເອກະລາດ, ເສລີພາບ (1930 - 1945); ສາມັກຄີທົ່ວປວງຊົນທັງຊາດຕໍ່ສູ້, ສ້າງສາປະເທດຊາດ (1945 - 1954);  ມະຫາສາມັກຄີທົ່ວປວງຊົນທັງຊາດກໍ່ສ້າງ ແລະປົກປັກຮັກສາສັງຄົມນິຍົມຢູ່ພາກເໜືອ ແລະຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ (1954 - 1975); ມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ (ນັບແຕ່ປີ 1975 ມາຮອດປັດຈຸບັນ); ສະຫຼູບງານວາງສະແດງຫົວເລື່ອງສະເພາະ.

ໂດຍ: ທູຈາງ