ຂໍ້ຕົກລົງດັ່ງກ່າວຊີ້ແຈ້ງວ່າ ບໍລິສັດຮູບເງົາເອກະສານ ແລະວິທະຍາສາດສູນກາງຈໍາກັດຜູ້ດຽວສົມທົບກັບບັນດາສະຖານທູດ ແລະສູນວັດທະນະທໍາຂອງບາງປະເທດເອີລົບ ຢູ່ຫວຽດນາມ ແລະບັນດາອົງການກ່ຽວຂ້ອງຈັດຕັ້ງສັບປະດາສາຍຮູບເງົາເອກະສານສາກົນເອີລົບ-ຫວຽດນາມ ຄັ້ງທີ 11 ລວມມີ 20 ຮູບເງົາ (10 ຮູບເງົາຂອງເອີລົບ ແລະ 10 ຮູບເງົາຂອງຫວຽດນາມ).

leftcenterrightdel
ໜຶ່ງໃນບັນດາຮູບເງົາທີ່ໄດ້ສາຍໃນສັບປະດາສາຍຮູບເງົາເອກະສານສາກົນ ຄັ້ງທີ 8. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຮູບເງົາດັ່ງກ່າວຖືກນຳໄປສາຍພາຍຫຼັງໄດ້ຮັບໜັງສືອະນຸຍາດຈາກກົມຮູບເງົາ. ເລື່ຶອງຈັດຕັ້ງສັບປະດາສາຍຮູບເງົາພຽງແຕ່ປະຕິບັດຢູ່່ບັນດາທ້ອງຖິ່ນຄວບຄຸມພະຍາດໂຄວິດ-19 ໄດ້ເທົ່ານັ້ນ ແລະຕ້ອງປະຕິບັດຕາມຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂດຍກະຊວງສາທາລະນະສຸກປະກາດໃຊ້.

ໂດຍ: ທູຈາງ