ງານປະກວດ “ລຸງໂຮ່ກັບເຍົາວະຊົນ, ອະນຸຊົນ-ລຸງໂຮ່ກັບເຍົາວະຊົນ, ອະນຸຊົນກັບລຸງໂຮ່”, ໄດ້ດໍາເນີນໃນລະຫວ່າງວັນທີ 15 ເມສາ - 27 ມິຖຸນາ, ຄະນະຈັດຕັ້ງໄດ້ຮັບບົດທີ່ສົ່ງເຂົ້າມາປະກວດຫຼາຍກວ່າ 4,5 ລ້ານບົດຈາກທົ່ວປະເທດດ້ວຍສາມຮູບການ, ລວມມີ: ຂຽນ, ແຕ້ມພາບ ແລະປະກວດທາງອອນລາຍ.

leftcenterrightdel
ຮູບແຕ້ມ "ພວກຫຼານແຂ່ງຂັນກັນຮຽນດີ, ຮຽນເກັ່ງຂໍຖະຫວາຍແດ່ລຸງໂຮ່ທີ່ແສນເຄົາລົບຮັກ" ຂອງນ້ອງເຈິ່ນແອັງທື, ຫ້ອງປໍ 5H2, ໂຮງຮຽນປະຖົມສຶກສາຈູວັນອານ, ເມືອງໂງກວ່ຽນ, ນະຄອນຫາຍຟ່ອງ. ພາບ: ຄະນະຈັດຕັ້ງສະໜອງ.

ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ມີສອງລາງວັນໃນພາກສ່ວນເສັງຂຽນ, ລາງວັນທີ 1 ກ່ຽວກັບການປະກວດແຕ້ມຮູບມີສອງລາງວັນ ແລະລາງວັນທີ 1 ກ່ຽວກັບການປະກວດທາງອອນລາຍກໍ່ມີສອງລາງວັນ ແລະບັນດາລາງວັນບຸກຄົນອື່ນ. ບັນດາຜູ້ເຂົ້າປະກວດທີ່ຍາດໄດ້ລາງວັນສູງທີ່ສຸດຈະໄດ້ເຂົ້າຮ່ວມການໄປຢ້ຽມຢາມ, ທັດສະນະສຶກສາບັນດາປູຊະນີຍະສະຖານຂອງນະຄອນຫຼວງຮ່າໂນ້ຍ, ຄື: ເຂດປູຊະນີຍະສະຖານ K9-ດ໊າຈົງ, ວັນມ໊ຽວ-ກວ໊ກຕື໋ຢ໊າມ, ເຂດປູຊະນີຍະສະຖານພະລາຊະວັງທັງລອງ, ເຂດປູຊະນີຍະສະຖານທໍານຽບປະທານໂຮ່ຈີມິນ.

ໂດຍ: ກວຽດເຕິມ