leftcenterrightdel
ພະນັກງານ, ນັກຮົບ ແລະຜູ້ອ່ານເປັນຈໍານວນຫຼວງຫຼາຍມາຢ້ຽມຊົມງານວາງສະແດງ. ພາບ: ຖຸ໊ຍກຸກ.

ງານວາງສະແດງໄດ້ແນະນໍາສື່ສິ່ງພິມກວ່າ 800 ຢ່າງ ເຊິ່ງແບ່ງເປັນ 6 ພາກ, ຊ່ວຍໃຫ້ຜູ້ອ່ານມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ, ພາລະກິດການປະຕິວັດຂອງປະທານໂຮ່ຈີມິນ; ບັນດາຄຸນຄ່າມໍລະດົກໂຮ່ຈີມິນ; ແນວຄິດດ້ານການທະຫານຂອງເພິ່ນ; ບົດບາດຂອງພັກ, ລຸງໂຮ່ໃນການນໍາພາ, ກໍ່ສ້າງກໍາລັງປະກອບອາວຸດ; ບັນດາຜົນງານຂອງປະເທດຊາດໃນວິວັດການປ່ຽນແປງໃໝ່, ພັດທະນາ ແລະເຊື່ອມໂຍງ... ງານວາງສະແດງປະກອບສ່ວນຢັ້ງຢືນພະລັງຊີວິດຍືນຍົງຄົງຕົວຂອງແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ຢັ້ງຢືນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ບົດບາດນໍາພາຂອງປະທານໂຮ່ຈີມິນ ແລະພັກກອມມູນິດຫວຽດນາມ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ; ບໍລຸງສ້າງຄຸນທາດ, ຄຸນສົມບັດການປະຕິວັດໃຫ້ແກ່ລຸ້ນຕ່າງໆ. ງານວາງສະແດງຈະດໍາເນີນຮອດວັນທີ 30 ພຶດສະພາ ຈຶ່ງອັດລົງ.

ໂດຍ: ທູຈາງ