ນອກຈາກນັ້ນ, ຜ່ານໂຄງການເພື່ອຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າບັນດາປູຊະນີຍະສະຖານບູຮານຄະດີວິທະຍາຢູ່ເຂດປູຊະນີຍະສະຖານດ້ວຍການນໍາໃຊ້ບັນດາເຕັກໂນໂລຢີທີ່ທັນສະໄໝ; ນໍາມາໃຫ້ພົນລະເມືອງວິທີສຳຜັດຢ່າງໃກ້ຊິດຕິດແທດ, ມີຊີວິດຊີວາກ່ຽວກັບບັນດາປູຊະນີຍະສະຖານບູຮານຄະດີວິທະຍາ, ພິເສດໄດ້ດຶງດູດຮຸ່ນໜຸ່ມຄົ້ນຄວ້າ, ຊອກຮູ້ກ່ຽວກັບມໍລະດົກວັດທະນະທຳຫວຽດນາມ.

leftcenterrightdel
ພະລາຊະວັງທັງລອງ. ພາບ: ແຄ໊ງຮວ່ຽນ.

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ເຫັນດີເປັນເອກະພາບສຳລັບບັນດາເນື້ອໃນທີ່ໄດ້ສະເໜີໃນເອກະສານໂຄງການຮ່ວມມືຢູ່ຮ່າໂນ້ຍ-Toulouse ກ່ຽວກັບການໜູນຊ່ວຍດ້ານເຕັກນິກໃນການອະນຸລັກຮັກສາ, ຄຸ້ມຄອງ ແລະເສີມຂະຫຍາຍຄຸນຄ່າບັນດາປູຊະນີຍະສະຖານຕົວເມືອງທີ່ດີເດັ່ນ ແລະປູຊະນີຍະສະຖານບູຮານຄະດີວິທະຍາຢູ່ມໍລະດົກວັດທະນະທໍາໂລກຢູ່ເຂດໃຈກາງພະລາຊະວັງທັງລອງ-ຮ່າໂນ້ຍ.

ສໍາລັບບັນດາສ່ວນຕ່າງໆຂອງໂຄງການທີ່ມີກ່ຽວຂ້ອງເຖິງການສຳຫຼວດ, ຂຸດຄົ້ນບູຮານຄະດີ, ເກັບຮັກສາ, ປະຕິສັງຂອນ... ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສະເໜີໃຫ້ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຊີ້ນໍາອົງການທີ່ເປັນເຈົ້າຂອງໂຄງການປະຕິບັດຂັ້ນຕອນ, ລະບຽບການຕາມຂໍ້ກໍານົດຂອງກົດໝາຍກ່ຽວກັບມໍລະດົກວັດທະນະທໍາ.

ໂດຍ: ເຈິ່ນຮວ່ຽນ