leftcenterrightdel
ງານວາງສະແດງວິຈິດສິນຫວຽດນາມ 2015. ພາບ: hanoimoi.com.vn.

ເຫດການຈະໄດ້ຈັດຕັ້ງຂຶ້ນໃນເດືອນມີຖຸນາ ປີ 2020 ຢູ່ຮ່າໂນ້ຍ. ນີ້ແມ່ນກິດຈະກໍາເຄື່ອນໄຫວສໍາລັບບັນດານັກສິລະປິນໜຸ່ມທີ່ມີອາຍຸແຕ່ 18-35 ປີ. ບັນດາຜະລິດຕະພັນຕ້ອງໄດ້ປະດິດແຕ່ງໃນໄລຍະແຕ່ປີ 2018 ຮອດປີ 2020 ແລະຍັງບໍ່ທັນໄດ້ປະກາດຢູ່ບັນດາງານວາງສະແດງພາຍໃນປະເທດ. ຄະນະຈັດຕັ້ງ ສົ່ງເສີມໃຫ້ປະດິດແຕ່ງຕາມຫົວຂໍ້ກ່ຽວກັບໄວໜຸ່ມ, ຊີວິດກ່ຽວກັບມະຫາສະໝຸດດ້ວຍບັນດາຮູບການ, ທ່າອ່ຽງສິລະປະ, ແນວຄວາມຄິດ, ແບບແຜນ, ວິທີການທີ່ເປັນເອກະລັກສະເພາະ; ມີເຕັກນິກການສະແດງ ແລະວັດຖຸພັນທີ່ມີການຊອກຄົ້ນອັນໃໝ່; ມີລັກສະນະສິລະປະສູງ ແລະຈິດໃຈມະນຸດສະທໍາ.

ໂດຍ: ທູຈາງ