ຕາມນັ້ນແລ້ວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈະໜູນຊ່ວຍຟື້ນຟູ, ອະນຸລັກຮັກສາບັນດາງານບຸນ, ລວມມີ: ງານບຸນປະເພນີຊົນເຜົ່າລາວ (ແຂວງດ້ຽນບຽນ); ງານບຸນປະເພນີຊົນເຜົ່ານຸ່ງ, ງານບຸນປະເພນີຊົນເຜົ່າ ລາຈີ໊ (ແຂວງຮ່າຢາງ); ງານບຸນປະເພນີຊົນເຜົ່າໄທ (ແຂວງອຽນບ໊າຍ); ງານບຸນປະເພນີແຂວງບິ່ງເຟື໊ອກ; ງານບຸນປະເພນີຊົນເຜົ່າ ຊີລາ (ແຂວງລາຍເຈົາ); ງານບຸນປະເພນີຊົນເຜົ່າ ຢາຣາຍ (ແຂວງກອນຕຸມ).

leftcenterrightdel
ພິທີເຫຼືອມໃສຂອງປະຊາຄົມຊົນເຜົ່າລາວຢູ່ບ້ານນາຊາງ 1, ຕາແສງນົວງາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອເປັນເອກະພາບກ່ຽວກັບຂັ້ນຕອນ, ລະບຽບການ ແລະຄວາມຄືບໜ້າຕາມເປົ້າໝາຍທີ່ໄດ້ວາງອອກ, ທາງກະຊວງ ກໍ່ໄດ້ສະເໜີໃຫ້ບັນດາພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ພະແນກວັດທະນະທໍາ-ກິລາ ບັນດາແຂວງ, ນະຄອນ ກວດກາຄືນ, ຄັດເລືອກ, ສ້າງສໍາເນົາວິທະຍາສາດກ່ຽວກັບງານບຸນທີ່ໄດ້ຮັບການອະນຸລັກຮັກສາຟື້ນຟູເພື່ອຮວບຮວມກ່ອນວັນທີ 20 ກຸມພາ 2020. ບົນພື້ນຖານການປະເມີນຜົນຂອງກະຊວງ, ບັນດາພະແນກ ໄດ້ຮັບເອົາ, ຈັດຕັ້ງການອະນຸລັກຮັກສາ ແລະຟື້ນຟູງານບຸນ.

ໂດຍ: ໄຊຊະນະ