ໃນນັ້ນກິດຈະກຳທີ່ພົ້ນເດັ່ນແມ່ນງານວາງສະແດງຮູບພາບກ່ຽວກັບຫວຽດນາມ ໂດຍສະມາຄົມ Cotes-d'Armor ຫວຽດນາມ ໄດ້ສົ່ງນັກອາສາສະໝັກຈາກຫວຽດນາມ ໄປຈັດຕັ້ງປະຕິບັດ. ຫຼາຍຮູບພາບສວຍງາມກ່ຽວກັບການດໍາລົງຊີວິດຂອງປະຊາຊົນ, ກ່ຽວກັບຄວາມງາມຂອງປະເທດຫວຽດນາມ, ໄດ້ວາງສະແດງໃນຕະຫຼອດເກືອບ 2 ສັບປະດາຢູ່ສໍານັກງານເທດ ສະບານນະຄອນ Saint-Brieuc.

leftcenterrightdel
ນະຄອນ Saint-Brieuc, ທາງຕາເວັນຕົກສ່ຽງເໜືອປະເທດຝະລັ່ງ. ພາບ: Brittany Tourism.

ລາຍການຄົ້ນຫາອາຫານການກິນຫວຽດນາມ ແລະກອງປະຊຸມສໍາມະນາກ່ຽວກັບຄວາມເຊື່ອຖືບູຊາບັນພະບຸລຸດຂອງຊາວຫວຽດນາມ ກໍ່ໄດ້ຈັດຕັ້ງຢູ່ບັນດາສະຖານທີ່ແຕກຕ່າງກັນໃນນະຄອນ, ດຶງດູດການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.

ໃນຊຸມວັນຈະມາເຖິງ, ປະຊາຊົນນະຄອນ Saint-Brieuc ເວົ້າສະເພາະ ແລະປະຊາຊົນແຂວງ Cotes-d'Armor ເວົ້າລວມ, ຍັງໄດ້ຄົ້ນຫາວັດທະນະທໍາ, ການດໍາລົງຊີວິດຂອງຊາວຫວຽດນາມ ກໍ່ຄືປະຫວັດສາດສາຍພົວພັນລະຫວ່າງສອງປະເທດ, ຜ່ານຮູບເງົາເອກະສານສອງເລື່ອງ “ຊ່າງແສງ – ຄ່ຳຄືນອິນດູຈີນ” (Cong Binh – longue nuit indochinoise) ຂອງຜູ້ກຳກັບການສະແດງ ລາມເລ ແລະ “ເຮືອນເດັກນ້ອຍກຳພ້າ” (l’Orphelinat) ຂອງຜູ້ກຳກັບການສະແດງ Mathieu Haag.

ໂດຍ: ຄໍາແພງ