leftcenterrightdel
ສະເໜີຕົວປຶ້ມເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ. ພາບ: vietnamnet.vn.

ນີ້ແມ່ນປຶ້ມພາບພິເສດຂອງນັກປະພັນລັດເຊຍ 2 ຄົນແມ່ນ Vitali Bianki ແລະ Vladimia Sevchenko ທີ່ເລົ່າເລື່ອງມີຕົວຈິງກ່ຽວກັບການເດີນທາງຈາກປະເທດຫວຽດນາມ ທີ່ຫ່າງໄກໄປສູ່ປະເທດລັດເຊຍ ຂອງຊ້າງສອງໂຕທີ່ມີຊື່ວ່າ ຊູງ ແລະກູງ. ຄູ່ຊ້າງນີ້ເກີດປີ 1907 ຢູ່ ຫວຽດນາມ. ປີ 1954, ຊ້າງ 2 ໂຕນີ້ເດີນທາງໄປໂຊຫວຽດ ຄືດັ່ງຂອງຂວັນແຫ່ງນ້ຳໃຈມິດຕະພາບ ເຊິ່ງປະທານໂຮ່ຈີມິນ ແລະລັດຖະບານຫວຽດນາມ ມອບໃຫ້ເຍົາວະຊົນ ແລະປະຊາຊົນນະຄອນ Leningrad (ປະຈຸບັນແມ່ນ Saint Petersburg). ຄູ່ຊ້າງໄດ້ກາຍເປັນສັນຍາລັກແຫ່ງນໍ້າໃຈມິດຕະພາບ, ຄວາມສາມັກຄີຢ່າງເລິກເຊິ່ງລະຫວ່າງສອງປະເທດຫວຽດນາມ ແລະສະຫະພັນລັດເຊຍ ໂດຍປະທານ ໂຮ່ຈີມິນ ເພີ່ມພູນຄູນສ້າງ.

ໂດຍ: ແສງເດືອນ