leftcenterrightdel
ທ່ານ ຫງວຽນງັອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບົດກ່າວປາໄສທີ່ພິທີໄຂ, ທ່ານ ຫງວຽນງັອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ, ສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019 ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາທີ່ມີຄວາມໝາຍໃຫຍ່ເພື່ອແນໃສ່ປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດກ່ຽວກັບເພີ່ມທະວີການພົວພັນຫວຽດນາມ-ລາວ ກໍ່ຄືການຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວລະຫວ່າງສອງປະເທດ; ຢັ້ງຢືນວ່າສັບປະດາວັດທະນະທໍາຫວຽດນາມ ຄັ້ງນີ້ສຸດທີ່ມີຄວາມໝາຍເມື່ອບັນດາກິດຈະກຳຂອງການເຄື່ອນໄຫວນີ້ໄດ້ຕິດພັນກັບການເປີດສະຫຼອງສໍານັກງານໃໝ່ຂອງສູນວັດທະນະທໍາຫວຽດນາມ ຢູ່ລາວ.

ທ່ານ ຫງວຽນງັອກທ້ຽນ ສະແດງຄວາມເຊື່ອໝັ້ນວ່າ ສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019 ຈະແມ່ນຂີດໝາຍສໍາຄັນ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ.

leftcenterrightdel
ທ່ານ ຫງວຽນງັອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ຊົມເຊີຍເລື່ອງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຈັດຕັ້ງສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019, ຢັ້ງຢືນວ່າ ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ອ້າຍນ້ອງ.

ໂດຍ: ກວຽດເຕິມ