ຊຸດປຶ້ມດັ່ງກ່າວ ໄດ້ຮັບພິມຈຳໜ່າຍເນື່ອງໃນໂອກາດສະຫຼຸບການປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການຮໍ່າຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ; ສະເຫຼີມສະຫຼອງ 3 ປີແຫ່ງວັນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ອິນເດຍ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2016-2019);  ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

leftcenterrightdel
ຊຸດປຶ້ມ “ໂຮ່ຈີມິນກັບອິນເດຍ” ດ້ວຍພາສາຫວຽດນາມ ແລະພາສາອັງກິດ. ພາບປະກອບຄັດຈາກກອງທັບປະຊາຊົນຫວຽດນາມ.

ກ່ອນໜ້ານັ້ນ, ຊຸດປຶ້ມດັ່ງກ່າວກໍ່ໄດ້ສະເໜີຕົວຢູ່ນະຄອນຫຼວງ New Dehli ແລະນະຄອນ Kolkata ໃນຂອບເຂດບັນດາການເຄື່ອນໄຫວເດືອນຫວຽດນາມ ຢູ່ອິນເດຍ. ປຶ້ມມີຫຼາຍກວ່າ 1.000 ໜ້າ, ໄດ້ແບ່ງເປັນຫຼາຍພາກລວມມີ: ບັນດາບົດຂຽນ, ຈົດໝາຍ, ໂທລະເລກ, ບົດກະວີຂອງປະທານໂຮ່ຈີມິນກ່ຽວກັບອິນເດຍ; ບັນດາບົດຂຽນຂອງນັກຮຽນຮູ້ຫວຽດນາມ ແລະອິນເດຍ ກ່ຽວກັບປະທານໂຮ່ຈີມິນກັບອິນເດຍ, ການພົວພັນລະຫວ່າງຫວຽດນາມ-ອິນເດຍ ພາຍໃຕ້ແນວຄິດປະທານໂຮ່ຈີມິນ; ບັນດາຮູບພາບກ່ຽວກັບການເຄື່ອນໄຫວຂອງປະທານໂຮ່ຈີມິນກັບອິນເດຍ.

ໂດຍ: ເຈິ່ນຮວ່ຽນ