leftcenterrightdel
ນັກສິລະປິນ ສະແດງເດີນກາຕ໋າຍຕື ໃນຂອບເຂດສັບປະດາວັດທະນະທໍາ-ທ່ອງທ່ຽວແຂວງບາກລຽວ. ພາບ: ຖຸຍອານ.

ສັບປະດາວັດທະນະທໍາ-ທ່ອງທ່ຽວແຂວງບາກລຽວ ປີ 2019 ແມ່ນກິດຈະກໍາປະຈໍາປີເພື່ອເຊີດຊູ ແລະຕອບບຸນແທນຄຸນຕໍ່ການປະກອບສ່ວນຂອງນັກສິລະປິນ, ນັກສະແດງລຸ້ນຕ່າງໆໃຫ້ແກ່ສິລະປະເດີນກາຕ໋າຍຕືພາກໃຕ້ ແລະຂັບລໍາ. ພ້ອມກັບບັນດາກິດຈະກຳ ຄື: ການໂອ້ລົມສົນທະນາ, ການພົບປະແລກປ່ຽນ ແລະສະແດງສິລະປະເພື່ອເຊີດຊູບົດເພງ “ຢ້າໂກ໋ຮວ່າຍລາງ” ຂອງອະດີດນັກດົນຕີ ກາວວັນເລົ່າ; ງານວາງສະແດງພາບແຕ້ມ-ພາບສິລະປະກ່ຽວກັບຜົນງານດ້ານເສດຖະກິດຂອງແຂວງ, ຈຸດພົ້ນເດັ່ນຂອງສັບປະດາວັດທະນະທໍາ-ທ່ອງທ່ຽວແຂວງບາກລຽວ ປີ 2019 ແມ່ນລາຍການເຕົ້າໂຮມບັນດາເຂດພາກມໍລະດົກ. ແຂວງບາກລຽວ ໄດ້ເຊີນແຂວງ, ນະຄອນຕ່າງໆເຂົ້າຮ່ວມການແນະນໍາ, ວາງສະແດງຮູບພາບ, ເຄື່ອງດົນຕີ ແລະສະແດງບັນດາມໍລະດົກວັດທະນະທໍານາມມະທໍາຂອງມ່ວນມະນຸດ ເຊິ່ງ UNESCO ໄດ້ຮັບຮອງ ແລະເຊີດຊູ.

ໂດຍ: ເສດີີໄຊ