ສະຖານທູດຫວຽດນາມ ປະຈໍາໄທ ຈັດລາຍການ “ຄໍ່າຄືນອາຫານການກິນຫວຽດນາມ” ຂຶ້ນໃນວັນທີ 9 ຕຸລາ, ໃນຂອບເຂດສໍານັກງານຢູ່ນະຄອນຫຼວງບາງກອກ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ. ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດ, ຄະນະທູຕານຸທູດບັນດາປະເທດຕ່າງໆ, ຊາວຫວຽດນາມທີ່ກໍາລັງດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ໄທ ເປັນຈຳນວນຫຼວງຫຼາຍ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນຫ໋າຍບັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາໄທ ເນັ້ນໜັກວ່າເສດຖະກິດຫວຽດນາມ ສືບຕໍ່ເຕີບໂຕຢ່າງໜັກແໜ້ນ ແລະໝັ້ນຄົງ, ປະຊາຊົນສ່ວນຫຼາຍກໍາລັງໄດ້ຊົມໃຊ້ບັນດາເງື່ອນໄຂດໍາລົງຊີວິດທີ່ດີກວ່າ. ດ້ວຍພົນລະເມືອງ 96 ລ້ານຄົນພ້ອມກັບກໍາລັງຜູ້ອອກແຮງງານໜຸ່ມ, ຫວຽດນາມ ກໍາລັງມານະພະຍາຍາມກະກຽມໃຫ້ແກ່ສັງກາດດີຈີຕອນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ແລະພັນລະຍາ ພ້ອມກັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດເຂົ້າຮ່ວມ. ພາບ: vovworld.vn

ປີ 2020, ຫວຽດນາມ ຈະເປັນປະທານອາຊຽນ ແລະທັງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ໃນໄລຍະຜ່ານມາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະໄທ ໄດ້ຮັບການເພີ່ມທະວີຢ່າງຢຸດຢັ້ງ, ດ້ວຍວົງເງິນການຄ້າສອງສົ້ນອາດຈະບັນລຸໄດ້ 20 ຕື້ໂດລາສະຫະລັດ ໃນປີ 2020 ດັ່ງເປົ້າໝາຍສອງລັດຖະບານວາງອອກ.

“ຄໍ່າຄືນອາຫານການກິນຫວຽດນາມ” ໄດ້ສ້າງຄວາມປະທັບໃຈຕໍ່ແຂກເຂົ້າຮ່ວມດ້ວຍການປະດັບປະດາ, ການສະແດງດົນຕີທີ່ເຂັ້ມຂຸ້ນໄປດ້ວຍສີສັນຫວຽດນາມ ພິເສດແມ່ນບັນດາຮ້ານວາງຂາຍບັນດາເຍື່ອງອາຫານພື້ນເມືອງທີ່ມີຊື່ສຽງຂອງຫວຽດນາມ. ໃນນັ້ນ, ບັນດາຮ້ານເຝີ, ເຂົ້າປຸ້ນຊີ້ນປີ້ງ, ເຂົ້າປຸ້ນແນມ, ເຂົ້າຈີປາເຕ... ບັນດາເຄື່ອງດື່ມຄື ເຫຼົ້າແວງ, ເບຍໄຊງ່ອນ, ເບຍຮ່າໂນ້ຍ, Nuticafe,  ກໍໄດ້ຮັບການຕີລາຄາສູງຈາກແຂກເຂົ້າຮ່ວມ.

ໂດຍ: ໄຊຊະນະ