leftcenterrightdel
ລາຍການສະແດງວາດພາບງານບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີຂອງຊົນເຜົ່າຂະມຸ. ພາບ: ຮວ່າງນາມ.

ຕາມແຜນການ, ຄະນະຈັດຕັ້ງຈະປູກຕົ້ນໄມ້, ດອກໄມ້ປະເພດຕ່າງໆເພື່ອເຮັດໃຫ້ທັດສະນີຍະພາບ, ສີສັນດອກໄມ້ເຂດພາກຢູ່ບັນດາໝູ່ບ້ານຊົນເຜົ່າ ແລະສະຖານທີ່ຕ່າງໆສວຍງາມຕື່ມອີກ, ສ້າງຄວາມດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວ. ສ່ວນພິທີງານບຸນຈະຈັດຕັ້ງລາຍການສະແດງວາດພາບພິທີການຕັ້ງໄມ້ໄຜ່ຂອງຊົນເຜົ່າເກີຕູ (ເມືອງນາມດົງ, ແຂວງເທື່ອທຽນເຫວ້) ທີ່ບ້ານຊົນເຜົ່າກີຕູ, ງານບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີຂອງຊົນເຜົ່າຂະມຸ (ເງະອານ) ທີ່ບ້ານຊົນເຜົ່າຂະມຸ... ຄຽງຂ້າງບັນດາກິດຈະກໍາປະຈໍາວັນແລ້ວ, ໃນໂອກາດທ້າຍອາທິດ, ປະຊາຄົມຈໍານວນ 13 ຊົນເຜົ່າຈະຈັດຕັ້ງລາຍການທ່ອງທ່ຽວຄົ້ນຫາ, ແນະນໍາວິທີເຮັດເຂົ້າໜົົມ, ການລະຫຼິ້ນພື້ນເມືອງ, ການເຄື່ອນໄຫວພາວະນາຂໍໃຫ້ຊີວິດມີຄວາມຢູ່ເຢັນເປັນສຸກ...

ໂດຍ: ໄຊຊະນະ