ປີ 2018, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວຍີ່ປຸ່ນ 826 ເທື່ອຄົນ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ປີ 2017. ໃນໄລຍະ 8 ເດືອນຕົ້ນປີ 2019, ຈຳນວນແຂກທ່ອງທ່ຽວຍີ່ປຸ່ນ ມາທ່ຽວຢູ່ຫວຽດນາມ ບັນລຸໄດ້ 620.000 ເທື່ອຄົນ, ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ປີ 2018. ນີ້ແມ່ນລະດັບເຕີບໂຕສູງເມື່ອທຽບໃສ່ກັບລະດັບເຕີບໂຕສະເລ່ຍ 8,1% ຂອງຕະຫຼາດນີ້ໃນໄລຍະ 2010-2018.

leftcenterrightdel
ສະແດງໂຊຊຸດເສື້ອຍາວທີ່ລາຍການແນະນໍາການທ່ອງທ່ຽວຫວຽດນາມ ຢູ່ Kanagawa ປີ 2018. ພາບ: vietnamtourism.

ໃນໂອກາດນີ້, ຄະນະປະຕິບັດງານການທ່ອງທ່ຽວຫວຽດນາມ ກໍ່ຈະເຂົ້າຮ່ວມງານບຸນຫວຽດນາມ ຢູ່ຍີ່ປຸ່ນ ເຊິ່ງຈະຈັດຂຶ້ນຢູ່ Kanagawa ແລະ Hokkaido ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈັດຕັ້ງ. ນີ້ແມ່ນເຫດການສໍາຄັນເພື່ອແນະນໍາ, ໂຄສະນາບັນດາເອກະລັກສະເພາະດ້ານວັດທະນະທໍາ, ການທ່ອງທ່ຽວທີ່ພົ້ນເດັ່ນຂອງຫວຽດນາມ ເຖິງມະຫາຊົນຍີ່ປຸ່ນ, ສວມບົດບາດຄືດັ່ງຂົວເຊື່ອມຕໍ່ສະໜິດຕິດພັນປະຊາຊົນສອງປະເທດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນຮ່ວມມືມິດຕະພາບຫວຽດນາມ-ຍີ່ປຸ່ນ ກວ່າອີກ.

ໂດຍ: ທະນາພອນ