leftcenterrightdel
ກອງທອງດົງເຊີນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັກຄົ້ນຄວ້າຫຼາຍຄົນ, ປະຈຸບັນ, ຮ່າໂນ້ຍ ມີເຂດປູຊະນີຍະສະຖານເຈົ້າຊີວິດຮຸ່ງ ແລະບັນດາບັນພະບຸລຸດທີ່ກ່ຽວຂ້ອງ. ຫຼາຍບ້ານ, ຫຼາຍຕາແສງຢູ່ບໍລິເວນນະຄອນພວມບູຊາເສັ່ນໄຫວ້ບັນດາບັນພະບຸລຸດປະຫວັດສາດສະໄໝເຈົ້າຊີິວິດຮຸ່ງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີ, ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດຖຸສິ່ງຂອງທີ່ເປັນພະຍານຫຼັກຖານປະຫວັດສາດໃນສະໄໝເຈົ້າຊີວິດຮຸ່ງ ຢູ່ດິນແດນຖັງລອງ ຄວນເອົາໃຈໃສ່ບາງວຽກງານ ຄື: ຈຳລອງວັດຖຸສິ່ງຂອງ, ເອກະສານປະຫວັດສາດຄວນໄດ້ຮັບການເຄົາລົບຕາມຕົ້ນສະບັບເດີມ; ເອົາໃຈໃສ່ເປັນສໍາຄັນໃນການອະນຸລັກຮັກສາການລະຫຼີ້ນພື້ນເມືອງຫວຽດນາມ; ຈັດຕັ້ງການເຊື່ອມຕໍ່ບັນດາເຂດປູຊະນີຍະສະຖານປະຫວັດສາດ-ວັດທະນະທໍາ...

ໂດຍ: ເກື່ອງດັ້ງ