Festival ວັດທະນະທໍາອາຫານການກິນ, ການທ່ອງທ່ຽວສາກົນ-ເງະອານ 2019 ດ້ວຍຂະໜາດຮ້ານວາງສະແດງຂາຍສິນຄ້າ ແລະອາຫານການກິນປະມານ 100 ຮ້ານມາຈາກກວ່າ 20 ແຂວງ, ນະຄອນໃນທົ່ວປະເທດ; ເຊິ່ງມີອາຫານການກິນຂອງບັນດາປະເທດລາວ, ໄທ, ຍີ່ປຸ່ນ, ສ. ເກົາຫຼີ, ລັດເຊຍ ພ້ອມກັບບັນດາທ້ອງຖິ່ນຕ່າງໆໃນແຂວງ; ບັນດາວິສາຫະກິດ, ຫ້າງຮ້ານ, ໂຮງແຮມ, ການບໍລິການຂອງແຂວງເງະອານ ແລະບັນດານັກສິລະປະການ, ບັນດາພໍ່ຄົວແມ່ຄົວທີ່ມີຊື່ສຽງໃນທົ່ວປະເທດເຂົ້າຮ່ວມ.

leftcenterrightdel
ພາບປະກອບຄັດຈາກ: baonghean.vn.

Festival ໄດ້ດໍາເນີນດ້ວຍການເຄື່ອນໄຫວຫຼາຍຮູບຫຼາຍແບບ, ອຸດົມສົມບູນ ຄື: ການປຸງແຕ່ງອາຫານ, ການໂຄສະນາບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ແລະວາງສະແດງ, ແນະນໍາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ການບໍລິການຂອງແຂວງເງະອານ ແລະບັນດາເຂດ, ພາກທັງຢູ່ພາຍໃນ ແລະຕ່າງປະເທດ...

ພິເສດ, ແມ່ນມີລາຍການສະແດງໂຄສະນາອາຫານ 50 ເຍື່ອງທີ່ປຸງແຕ່ງດ້ວຍ  ອ່ຽນ ຢູ່ແຂວງເງະອານຂອງພໍ່ຄົວແມ່ຄົວ, ນັກສິລະປະການ, ຊ່ຽວຊານດ້ານອາຫານການກິນທີ່ມີຊື່ສຽງທັງຢູ່ພາຍໃນ ແລະຕ່າງແຂວງ 25 ຄົນ.

Festival ວັດທະນະທໍາອາຫານການກິນ, ການທ່ອງທ່ຽວສາກົນ-ເງະອານ 2019 ແມ່ນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ, ຍິ່ງໄປກວ່ານັ້ນ, ການຈັດຕັ້ງເຫດການນີ້ຈະສ້າງໂອກາດໃຫ້ບັນດາບຸກຄົນ, ຫົວໜ່ວຍດໍາເນີນທຸລະກິດຫ້າງຮ້ານ, ໂຮງແຮມ, ການບໍລິຫານກິນດື່ມມີປະສົບການ, ຮໍ່າຮຽນຕື່ມອີກ, ຜ່ານນັ້ນຍົກສູງຄຸນນະພາບການບໍລິການ ເພື່ອຍູ້ແຮງຂະແໜງທ່ອງທ່ຽວໃຫ້ມີການພັດທະນາ.

ໂດຍ: ເກື່ອງດັ້ງ