ຕາມຄະນະຈັດຕ້ັງແລ້ວ, ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ມີຮ້ານວາງສະແດງ 120 ຮ້ານ ເຊິ່ງໄດ້ແບ່ງເປັນຫຼາຍເຂດຕາມຫົວຂໍ້ “ອາຫານການກິນທີ່ເປັນມູນເຊື້ອ”, “ດົນຕີ” ແລະ “ສີລະປະທີ່ເປັນມູນເຊື້ອ”... ເມື່ອເຂົ້າຮ່ວມງານບຸນ,   ຜູ້ມາຢ້ຽມຊົມຈະມີກາລະໂອກາດໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອ ແລະຮັບຊົມບັນດາລາຍການວັດທະນະທໍາ, ສີລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດຫວຽດນາມ ແລະຍີ່ປຸ່ນ.

leftcenterrightdel
ບັນດານັກສິລະປິນຫວຽດນາມ ສະແດງທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຈັດຕ້ັງສະແດງຄວາມຫວັງວ່າ, ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນອາຫານການກິນ, ວັດທະນະທໍາ, ດົນຕີ, ງານບຸນຈະແນະນຳບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບປະເທດຊາດ, ຊາວຫວຽດນາມໃນປັດຈຸບັນ.

ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ແມ່ນການເຄື່ອນໄຫວປະຈໍາປີ ໂດຍສະຖານທູດຫວຽດນາມ ສົມທົບກັບຝ່າຍຍີ່ປຸ່ນ ຈັດຕັ້ງນັບແຕ່ປີ 2008. ນີ້ແມ່ນການເຄື່ອນໄຫວນອນໃນໂຄງການໂຄສະນາເຜີຍແຜ່ຮູບພາບຫວຽດນາມ ຢູ່ຍີ່ປຸ່ນ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບຫວຽດນາມໃຫ້ແກ່ຊາວຍີ່ປຸ່ນ. ງານບຸນຫວຽດນາມ ຢູ່ຍີ່ປຸ່ນ ຈະດໍາເນີນໄປຮອດວັນທີ 9 ມິຖຸນາ ຈຶ່ງອັດລົງ ແລະຄາດຄະເນຈະດຶງດູດຜູ້ມາຢ້ຽມຊົມປະມານ 180.000 ເທື່ອຄົນ.

ໂດຍ: ທູຈາງ