leftcenterrightdel
ແມ່ຄົວແຕ່ງອາຫານດ້ວຍບັນດາສູດປຸງແຕ່ງ Tapa ທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນຄັ້ງທໍາອິດທີ່ “ວັນ Tapa ໂລກ” ຈະໄດ້ຈັດຕ້ັງຢູ່ຫວຽດນາມ ເພື່ອແນໃສ່ແນະນໍາເຍື່ອງອາຫານທີ່ມີຊື່ສຽງຂອງແອັດສະປາຍ. ຕາມພາສາແອັດສະປາຍແລ້ວ, “Tapa” ມີຄວາມໝາຍວ່າແມ່ນອັດຕາອາຫານສ່ວນນ້ອຍໜຶ່ງທີ່ໄດ້ເສີບພ້ອມກັບເຄື່ອງດື່ມຢູ່ຕາມບັນດາຮ້ານ bar ແລະຮ້ານອາຫານ.

ຕາມທ່ານນາງ Jesus Figa ແລ້ວ, ໃນຂອບເຂດຂອງເຫດການ, ມີຮ້ານອາຫານກວ່າ 20 ຮ້ານ ຈະຈັດຕັ້ງລາຍການດ້ວຍບັນດາສິດທິພິເສດໃຫ້ແກ່ແຂກທີ່ມາຮັບປະທານເຍື່ອງອາຫານ Tapa. ຄຽງຂ້າງນັ້ນ, ໜຶ່ງການແຂ່ງຂັນຢູ່ໃນ Facebook ຂອງສະຖານທູດແອັດສະປາຍ ປະຈໍາ ຫວຽດນາມ ກໍ່ໄດ້ຈັດຕັ້ງ, ສຸມໃສ່ສູດປຸງແຕ່ງ Tapa ແລະຄຳທວາຍກ່ຽວກັບອາຫານການກິນ ແອັດສະປາຍ.

ໂດຍ: ຈາງຫງວຽນ