leftcenterrightdel
ລາຍການສະແດງສິລະປະເຂົ້າຮ່ວມຊຸມວັນວັດທະນະທໍາຫວຽດນາມ ຢູ່ລັດເຊຍ. ພາບ: baovan hoa.vn.

ບັນດາເຫດການໄດ້ດໍາເນີນຢູ່ສອງນະຄອນໃຫຍ່ແມ່ນ Moscow ແລະ St.Petersburg ດ້ວຍ 3 ລາຍການສະແດງສິລະປະ ແລະ 3 ງານວາງສະແດງ. ນອກຈາກນັ້ນຍັງມີລາຍການແນະນໍາການທ່ອງທ່ຽວຫວຽດນາມ. ໃນນັ້ນ, ເປັນໜ້າສົນໃຈແມ່ນງານວາງສະແດງ “ບັນດາພື້ນຖານວັດທະນະທໍາບູຮານຫວຽດນາມ” ທີ່ດໍາເນີນຢູ່ຫໍພິພິທະພັນແຫ່ງຊາດ Hermitage, St.Petersburg, ໄດ້ວາງສະແດງວັດຖຸສິ່ງຂອງ, ວັດຖຸບູຮານ, ສິ່ງລ້ຳຄ່າຂອງຊາດຫວຽດນາມ ປະມານ 200 ຢ່າງ; ງານວາງສະແດງພາບສີຂັດມັນຫວຽດນາມ ໄດ້ວາງສະແດງພາບແຕ້ມ 30 ແຜ່ນເພື່ອແນໃສ່ແນະນໍາກ່ຽວກັບຄຸນຄ່າພິເສດຂອງພາບສີຂັດມັນຫວຽດນາມ ຂອງບັນດາຈິດຕະກອນທີ່ມີຊື່ສຽງ ຄື: ຫງວຽນຢາຈີ໊, ຟ້າມເຮົ້າ, ຫງວຽນສາງ, ຫງວຽນຕືຫງວຽມ, ຟານເກ໊ອານ…

ໂດຍ: ຈາງຫງວຽນ