ເຫດການດັ່ງກ່າວໂດຍສະຫະສະມາຄົມ Interkultur (ສາທາລະນະລັດ ສະຫະພັນ ເຢຍລະມັນ) ສົມທົບກັບຄະນະກໍາມະການປະຊາຊົນນະຄອນໂຮ້ຍອານ ຈັດຕັ້ງດ້ວຍການເຂົ້າຮ່ວມຂອງນັກສິລະປິນ 1000 ຄົນຂຶ້ນກັບ 22 ຄະນະດົນຕີປະສານສຽງທີ່ມາຈາກ 10 ປະເທດ ແລະເຂດແຄ້ວນໃນໂລກ, ຄື: ຈີນ, ແອສໂຕເນຍ, ອິນໂດເນເຊຍ, ສ.ເກົາຫຼີ, ມາເລເຊຍ, ໂຮນລັງ, ຟີລິບປິນ, ສິງກະໂປ, ອາເມລິກາ, ຫວຽດນາມ.

leftcenterrightdel
ງານປະກວດດົນຕີປະສານສຽງສາກົນຫວຽດນາມ ຄັ້ງທີ 6 ຈະດໍາເນີນໃນລະຫວ່າງວັນທີ 15-19 ພຶດສະພາ ຢູ່ນະຄອນໂຮ້ຍອານ. ພາບ: ກິມເງິນ.

ທ່ານ ຫວໍຝຸ່ງ, ຜູ້ອໍານວຍການສູນວັດທະນະທໍາ-ກິລາ ນະຄອນໂຮ້ຍອານ ໃຫ້ຂໍ້ສັງເກດວ່າ, ງານປະກວດດົນຕີປະສານສຽງສາກົນແມ່ນເຫດການວັດທະນະທໍາມີຄວາມໝາຍສໍາຄັນໃນການໂຄສະນາຄຸນຄ່າມໍລະດົກ, ວັດທະນະທໍາ, ສິລະປະ ແລະຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວຂອງນະຄອນໂຮ້ຍອານ ໃຫ້ນັກທ່ອງທ່ຽວພາຍໃນປະເທດ ແລະສາກົນ. ນີ້ແມ່ນໂອກາດ ເພື່ອແນະນໍາຄຸນຄ່າທີ່ເປັນເອກະລັກສະເພາະຂອງປະເພດການສະແດງດົນຕີປະສານສຽງຕໍ່ກັບມະຫາຊົນ, ພ້ອມທັງແມ່ນໂອກາດ ເພື່ອໃຫ້ບັນດານັກສິລະປິນຫວຽດນາມ ພົບປະແລກປ່ຽນກັບພື້ນຖານດົນຕີກ້າວໜ້າໃນໂລກ, ນຳທັນກັບດົນຕີຂອງຍຸກສະໄໝ, ຮັບໃຊ້ຄວາມຕ້ອງການຮັບຊົມສິລະປະຂອງປະຊາຊົນໃນທ່າອ່ຽງເຊື່ອມໂຍງທົ່ວໂລກ.

ໂດຍ: ທູຈາງ