ບັດດາຖ້ຽວບິນໄປ - ມາ ດ່າໜັງ ຈະໄດ້ຮັບການຂຸດຄົ້ນໃນຕົ້ນເດືອນມິຖຸນາ ຈະມາເຖິງ. ຄາດວ່າ, ລາຍການຂອງບັນດາຖ້ຽວບິນນີ້ ຈະໄດ້ຮັບການອອກແບບເຮັດແນວໃດເພື່ອໃຫ້ຜູ້ໂດຍສານຈາກບັນດານະຄອນໃຫຍ່ຢູ່ ເອີຣົບ, ເຊັ່ນ: ລອນດອນ, ປາຣີ, ອາມສະເຕີດາມ, ແມນແຈັດເຕີ, ມີລານ, ໂຣມ ຫຼື ບັນດານະຄອນໃຫຍ່ຢູ່ ອາເມລິກາ ໄປຍັງ ດ່າໜັງ.

leftcenterrightdel
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຢູ່ ດ່າໜັງ. ພາບ: vov.vn

ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ, ໃຫ້ຮູ້ວ່າ: “ເລື່ອງບໍລິສັດການບິນ   Emirates, ບໍລິສັດການບິນ 5 ດາວ ທີ່ມີເຄື່ອງໝາຍການຄ້າ ແລະ ຄຸນນະພາບໃນທົ່ວໂລກ ເປີດຖ້ຽວບິນໂດຍກົງມາຍັງ ດ່າໜັງ ຈະເປີດໂອກາດໂຄສະນານະຄອນເຖິງ 150 ປະເທດ ແລະ ເຂດແຄວ້ນ. ສິ່ງດັ່ງກ່າວ ກໍເປີດໂອກາດເພື່ອດຶງດູດ, ຮັບໃຊ້ນັກທ່ອງທ່ຽວ, ພ້ອມດຽວກັນນັ້ນ ກໍຈະກະກຽມບັນດາເງື່ອນໄຂກຽມພ້ອມເຊື່ອມຕໍ່, ແລກປ່ຽນການຄ້າ, ດຳເນີນທຸລະກິດ ເມື່ອ ດ່າໜັງ ເປີດນຳໃຊ້ສູນການເງິນສາກົນ ແລະ ເຂດການຄ້າເສລີ”.

ແຫຼ່ງຄັດຈາກ: vovworld.vn