ຫວຽດນາມ ມີ 2 ໝູ່ບ້ານອາຊີບທໍາອິດໃນເຄືອຂ່າຍບັນດານະຄອນຫັດຖະກຳປະດິດສ້າງໂລກ
ກປ.ອອນໄລ - ຕອນຄ່ຳວັນທີ 14 ກຸມພາ, ຢູ່ພະລາຊະວັງ ທັງລອງ (ຮ່າໂນ້ຍ), ໄດ້ດຳເນີນພິທີມອບຮັບໃບຢັ້ງຢືນໝູ່ບ້ານອາຊີບດິນເຜົາເຄືອບບາດຈ່າງ ແລະໝູ່ບ້ານອາຊີບຕໍ່າຜ້າໄໝ ວ້ານຟຸກ ເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດສ້າງໂລກ ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງ.